ນະໂຍບາຍລູກຄົນດຽວ ໃນສປຈີນ

ອົງການ ສິດທິມະນຸດ ຂອງຈີນ ຮຽກຮ້ອງໃຫ້ ທາງການຈີນ ລົບລ້າງ ນະໂຍບາຍ ໃຫ້ມີລູກ ພຽງຄົນດຽວ.
ຈໍາປາທອງ
2010.12.23

ກົດຟັງສຽງ

ອົງການ ສິດທິມະນຸດ ທີ່ສຳຄັນ ຂອງຈີນ ຮຽກຮ້ອງ ໃຫ້ທາງການຈີນ ລົບລ້າງ ນະໂຍບາຍ ຄວບຄຸມ ປະຊາຊົນ ຂອງຕົນ ໃຫ້ມີລູກ ພຽງຄົນດຽວ ຍ້ອນວ່າມັນ ເປັນການບັງຄັບ ແມ່ຍິງ ໃຫ້ເປັນຄື ກັນກັບ ເຄື່ອງໃຊ້ ຂອງສອຍ.

ອົງການປົກປ້ອງ ສິດທິມະນຸດ ຂອງຈີນ ທີ່ມີສູນກາງ ຕັ້ງຢູ່ ຮົງກົງ ໄດ້ອອກຣາຍງານໃໝ່ ທີ່ໃສ່ຊື່ວ່າ “ຂ້ອຍບໍ່ມີ ທາງເລືອກ ກ່ຽວກັບຕົວ ຂອງຂ້ອຍເອງ” ນັ້ນ ເວົ້າເຖິງ ລາຍລະອຽດ ກ່ຽວກັບການ ບັງຄັບໃຫ້ ແມ່ມານ ເອົາລູກອອກ, ການໃຫ້ເຮັດໝັນ, ການໃສ່ຮ່ວງ ແລະ ການໃຊ້ອຳນາດ ບັງຄັບ ໃຫ້ໄປກວດ ເພື່ອຈະຮູ້ວ່າ ຕັ້ງຄັນ.

ທ່ານ Renee Xia ຜູ້ອຳນວຍການ ອົງການດັ່ງກ່າວ ເວົ້າຢູ່ໃນ ຖແລງການວ່າ “ ນະໂຍບາຍ ຂອງ ທາງການຈີນ ທີ່ວ່ານັ້ນ ເປັນການບັງຄັບ ໄປໃນທາງ ທີ່ຖືກ ແຕ່ມັນເປັນ ການສົ່ງເສີມ ໃຫ້ໃຊ້ຄວາມ ຮຸນແຮງ ຕໍ່ແມ່ຍິງ “. ແລະວ່າ ມັນເປັນຫລັກຖານ ອັນນ້ອຍໆ ທີ່ເຈົ້າໜ້າທີ່ ທ້ອງຖິ່ນ ໄດ້ຮັບຜິດຊອບ ຕໍ່ການບັງຄັບ ທີ່ພວກເຂົາເຈົ້າ ໄດ້ກະທຳ ເພື່ອໃຫ້ໄດ້ ຕາມກຳນົດ ຂອງການວາງແຜນ ຄອບຄົວ ທີ່ທາງການ ບົ່ງໄວ້.

ຈີນ ໄດ້ອອກ ນະໂຍບາຍ ໃຫ້ມີລູກ ນຶ່ງຄົນ ຢ່າງເປັນທາງການ ໃນປີ 1980 ເພື່ອຄວບຄຸມ ຈຳນວນພົລເມືອງ ຂອງຕົນ ຊຶ່ງປັດຈຸບັນ ມີຫລາຍກວ່າ 1,300 ລ້ານ ຄົນ. ໃນນັ້ນ ໄດ້ມີການ ຈຳກັດ ຄູ່ຜົວເມັຍ ທີ່ຢູ່ໃນ ຕົວເມືອງ ແບບເຄັ່ງຄັດ ທີ່ສຸດ ໃຫ້ມີລູກ ຄົນດຽວ. ຄອບຄົວ ທີ່ຢູ່ໃນເມືອງ ໄດ້ຮັບ ອະນຸຍາດ ໃຫ້ມີລູກ 2 ຄົນ ຖ້າຫາກວ່າ ລູກຜູ້ທຳອິດ ເປັນລູກສາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.