ສາຍລັບເກົາຫລີໃຕ້ ຖືກສີ້ງຊອມຈາກຈີນ

ຈີນເຂັ້ມງວດ ກັບນັກສືບ ສາຍລັບ ເກົາຫລີໃຕ້ ທີ່ສອດແນມ ກ່ຽວກັບ ເກົາຫລີເໜືອ.
ໂພໄຊສວັດ
2010.12.28

ກົດຟັງສຽງ

ຈີນເຂັ້ມງວດ ຫລາຍຂຶ້ນ ກ່ຽວກັບ ນັກສືບ ສາຍລັບ ເກົາຫລີໃຕ້ ທີ່ຖືກຈັບ ພຍາຍາມ ສອດແນມກ່ຽວກັບ ເກົາຫລີເໜືອ. ຈີນໄດ້ຈັບຂັງ ນັກສືບສາຍລັບ ເກົາຫລີໃຕ້ ຜູ້ນຶ່ງ ເປັນເວລາ ຍາວນານກວ່າ 1 ປີ ເຖິງວ່າຈະມີ ການຂໍຮ້ອງ ອ້ອນວອນຈາກ ກຸງໂຊນກໍຕາມ. ໜັງສືພິມ ທ້ອງຖິ່ນ ລາຍງານ ໃນມື້ວັນ ອັງຄານ ທີ 28 ທັນວາ 2010.

ນາຍທະຫານ ຊັ້ນພັນຕຣີ ເກົາຫລີໃຕ້ ພຍາຍາມ ເກັບກຳຂໍ້ມູນ ກ່ຽວກັບ ອາວຸດນິວເຄລັຍ ແລະໂຄງການ ຜລິດຈະຣວດ ນຳວິຖີ ຂອງເກົາຫລີເໜືອ ຈື່ງຖືກຈັບໃນ ເດືອນ ກໍຣະກະດາ 2009. ອີງຕາມ ໜັງສືພິມ ຢອນຮັບ ແລະ ໜັງສືພິມລາຍວັນ ຢຸງອັງເກົາຫລີ.

ໜັງສືພິມ ເປີດເຜີຍວ່າ ພັນຕຣີ Cho ຖືກຈັບ ໃນພາກຕາເວັນອອກ ສ່ຽງເໜືອ ຂອງຈີນ ໃນເມືອງ ເຊັນຢາງ ຫລັງຈາກມີການ ນັດພົບກັນກັບ ນາຍທະຫານຈີນ ທີ່ປອມເປັນ ຜູ້ໃຫ້ຂໍ້ມູນ. ພັນຕຣີ Cho ໄດ້ຈ່າຍເງິນ ຫລາຍສິບພັນ ໂດລາ ສະຫະຣັຖ ໃຫ້ນາຍທະຫານຈີນ ທີ່ໄດ້ໃຫ້ ຂໍ້ມູນກ່ຽວກັບ ການພັທນາ ອາວຸດນິວເຄລັຍ ແລະ ຈະຣວດນຳວິຖີ ຂອງເກົາຫລີເໜືອ. ພັນຕຣີ Cho ໄດ້ຖືກຕັດສິນ ຈຳຄຸກ 14 ເດືອນ ເຖິງວ່າເກົາຫລີໃຕ້ ຈະໄດ້ຮຽກຮ້ອງ ໃຫ້ເນຣະເທດ ກໍຕາມ.

ໜັງສືພິມ ລາຍວັນ ຢຸງອັງ ເກົາຫລີ ກ່າວວ່າ ຕາມປົກກະຕິ ແລ້ວ ນັກສືບສາຍລັບ ຈະຖືກປ່ອຍໂຕ ແລະ ເນຣະເທດ ຫລັງຈາກ ປະເທດຕົ້ນທາງ ຢືນຢັນ ເປັນລາຍລັກ ອັກສອນວ່າ ການກະທຳຜິດ ແບບເກົ່າ ຈະບໍ່ເກີດຂຶ້ນອີກ, ແຕ່ຄາວນີ້ ຈີນ ບໍ່ຍອມເຮັດຕາມ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.