ຈີນລັກເຈາະຂໍ້ມູນ ເອກສານຜ່ານກູໂກ້
2010.11.29
ກົດຟັງສຽງ
ສະຫະຣັຖ ເຊື່ອວ່າ ຜູ້ນຳຈີນ ໄດ້ສັ່ງ ໃຫ້ມີການ ເຂົ້າໄປລັກ ເອົາຂໍ້ມູນ ເອກສານ ຂອງ ກູໂກ້ ອິນເຕີແນັດ ແລະ ຂອງຣັຖບານ ຕາເວັນຕົກ. ອີງຕາມຂ່າວ ທີ່ຮົ່ວໄຫລ ມາຈາກພາກ ການທູດ ສະຫະຣັຖ ໃນມື້ວັນ ອາທິດ ທີ 28 ພຶສຈິກາ 2010. ອີງຕາມແຫລ່ງຂ່າວ AFP.
ເອກກະສານ ທີ່ເປີດເຜີຍ ຜ່ານ WikiLeaks ເຫັນວ່າບາງເທື່ອ ໄດ້ມີການ ທຸຈຣິດ ຜ່ານພາກການທູດ ລະຫວ່າງ ສະຫະຣັຖ ແລະຈີນ ໃນປະເດັນ ສະເພາະ ທີ່ກ່ຽວກັບ ອີຣ່ານ ແລະ ເກົາຫລີເໜືອ.
ເອກອັຄຣາຊທູດ ສະຫະຣັຖ ປະຈຳ ນະຄອນຫລວງ ປັກກິ່ງ ກ່າວວ່າ ໄດ້ຮັບຂໍ້ມູນ ຈາກ “ສາຍລັບຈີນ” ວ່າເຈົ້າໜ້າທີ່ ຕຳຣວດລັບຈີນ ໄດ້ພຍາຍາມ ລັກເອົາຂໍ້ມູນ ຂ່າວສານ ຫລື ແຮັກ ລະບົບ ຄອມພິວເຕີ້ ຂອງ ສະຫະຣັຖ, ກຸ່ມພັທມິດ ແລະ ຂອງຜູ້ນຳ ດ້ານຈິດວິນຍານ ຕີເບດ ອົງດາໄລລາມະ.
ແຫລ່ງຂ່າວ New York Times ເປີດເຜີຍວ່າ ສະຖານ ເອກອັຄຣາຊທູດ ສະຫະຣັຖ ພົບວ່າການ ໂຈມຕີທຳຮ້າຍ ກູໂກ້ ອິນເຕີແນັດ ເປັນຜົນງານ ຂອງຣັຖບານ ທີ່ໃຊ້ ຜູ້ຊ່ຽວຊານ ດ້ານຄວາມປອດພັຍ ແລະ ຜູ້ຊ່ຽວຊານ ດ້ານອິນເຕີແນັດ ທີ່ຣັຖບານຈີນ ເປັນຜູ້ ຊອກຫາ ວ່າຈ້າງມາ.
ກູໂກ້ ອິນເຕີແນັດ ໄດ້ອອກປະກາດ ເມື່ອເດືອນ ມີນາ 2010 ວ່າຈະບໍ່ ປະຕິບັດ ຕາມ ທາງການຈີນ ອີກວ່າດ້ວຍການ ຊອກຄົ້ນຫາ ຂໍ້ມູນ ທີ່ລໍ່ແຫລມ ຫລັງຈາກທີ່ ບໍຣິສັດ ແລະ ຂ່າວສານ ຂອງນັກເຄື່ອນໄຫວ ຈີນ ຖືກໂຈມຕີ ແລະ Gmail ຂອງພວກຂະເຈົ້າ ຖືກກໍ່ກວນ ລຸກລາມ.
ການບຸກລຸກ ໂຈມຕີ ຜ່ານທາງ ອິນເຕີແນັດ ຫລືການ ແຮັກກິ້ງ ຈາກຈີນ ເຄີຍເກີດຂຶ້ນ ແລະ ໄດ້ຖືກລາຍງານ ມາກ່ອນ ແຕ່ທາງການ ສະຫະຣັຖ ບໍ່ໄດ້ອອກມາ ກ່າວຫາສູ່ ສາທາຣະນະຊົນ ວ່າທາງການ ປັກກິ່ງ ເປັນຜູ້ບົງການ ເປັນຜູ້ປະກາດ ສົງຄາມ ອິນເຕີແນັດ.