ກໍາພູຊາເປັນເຈົ້າພາບ ປະຊຸມຜູ້ຍິງອາຊຽນ

ກໍາພູຊາ ເປັນເຈົ້າພາບ ກອງປະຊຸມ ແມ່ຍິງອາຊຽນ ກ່ຽວກັບ ບັນຫາ ຄວາມບໍ່ສເມີພາບ ຣະຫວ່າງ ຍິງ-ຊາຍ... ດວງວິສຸດ ຣາຍງານ ຈາກກຸງ ພະນົມເປັນ.
ດວງ ວິສຸດ
2010.11.22
F-asean-women ທີ່ບາງກອກ ປະເທດໄທ ຜູ້ຍິງໄທ ແຕ່ງກາຍໃນຊຸດ ນາໆຊາດເອເຊັຽ ສະແດງການຟ້ອນ ຕ້ອນຮັບແຂກ ທີ່ເຂົ້າຮ່ວມ ກອງປະຊຸມ ເສຖກິດ ອາຊຽນ ຄັ້ງທີ 41 ໃນຣະດັບ ຣັຖມົນຕຣີ. ຄວາມສາມາດ ຂອງແມ່ຍິງ ອາຊຽນ ກໍເວົ້າໄດ້ວ່າ ມີຄວາມກ້າວໜ້າ ເທົ່າທຽມກັນ.
AFP PHOTO/PORNCHAI KITTIWONGSAKUL

ກົດຟັງສຽງ

ກຳພຸຊາ ເປັນເຈົ້າພາບ ໃນກອງປະຊຸມ ຄນະກັມມະການ ແມ່ຍິງ ອາຊຽນ ASEAN ວ່າດ້ວຍ ບັນຫາ ການຫ່າງຈາກກັນ ທາງດ້ານເພດ ຫລື Gender ໃນຂົງເຂດ.
ທ່ານ ເຊົາ ຢຸດ ເຈົ້າຫນ້າທີ ການຂ່າວ ກຳພຸຊາ ປະຈຳແຂວງ ຊຽມຣຽບ ໄດ້ເປີດເຜີຍ ໃຫ້ວິທຍຸ ເອເຊັຍເສຣີ ຮູ້ໃນມື້ນີ້ວ່າ:

ຜູ້ນຳ ເປັນແມ່ຍິງ ຈາກບັນດາ ປະເທດ ສະມາຊິກ ເອເຊັຍຕະເວັນ ອອກສ່ຽງໃຕ້ ລື ASEAN  ໄດ້ແກ່ ກຳພຸຊາ ລາວ  ບຣູໄນ  ອິນດູເນເຊັຍ  ມາເລເຊັຍ ພະມ້າ ສິງກາໂປ  ຟີລິບປີນ   ໄທແລະ ວຽດນາມ ໄດ້ເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍບັນຫາ ການຫ່າງຈາກກັນ ທາງດ້ານເພດ ຫຼື Gender ໃນຂົງເຂດ ເປັນເວລາ 2 ມື້ ເມື່ອມື້ວັນທີ່ 15-16 ເດືອນ ພຶສຈິກາ ປີ 2010 ຜ່ານມານີ້ ທີ ແຂວງຊຽມຣຽບ  ກຳພຸຊາ.

ໃນກອງປະຊຸມ ໄດ້ປືກສາ ຫາລືກ່ຽວກັບ ບັນຫາ ການ ຮ່ວມມືກັນ ການຊອກຫາ ຊ່ອງທາງ ການແກ້ບັນຫາ  ການບໍ່ ສເມີພາບ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ ການສຶກສາ ອົບຮົມ ຄວາມບໍ່ສເມີພາບ ທາງດ້ານ ວຽກງານ ຢູ່ໃນແຕ່ລະ ສະຖານບັນ ຫຼື ໃນແຕ່ລະ ສະຖານທີ ຕ່າງໆ  ແລະກໍ່ມີ ການສແວງຫາ ງົບປະມານ ເພື່ອຊ່ວຍເຫຼືອ ວຽກງານ ດ້ານ Gender ໃນຂົງເຂດ ASEAN ອີກດ້ວຍ.

ກອງປະຊຸມ ຄນະກັມມະການ ຜູ້ນຳ ແມ່ນຜູ້ຍິງ ASEAN ໄດ້ຈັດຂື້ນ ທຸກໆປີ ແລະໄດ້ ປືກສາ ຫາລືກັນ ຕໍ່ຫຼັກການ ສຳຄັນໆ ເປັນເຫດການ ກຳລັງປະເຊີນ ຢູ່ໃນແຕ່ລະ ປະເທດ ໃນຂົງເຂດ ASEAN.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.