ຟີລິບປິນຮຽກຮ້ອງພະມ້າ ໃຫ້ປ່ອຍນັກໂທດການເມືອງ
2010.11.17
ກົດຟັງສຽງ
ຣັຖມົນຕຣີ ຕ່າງປະເທດ ຟີລິບປິນ ທ່ານ Alberto Romulo ເມື່ອວັນຜ່ານມາ ໄດ້ຮຽກຮ້ອງ ພະມ້າ ໃຫ້ປ່ອຍນັກໂທດ ການເມືອງທຸກຄົນ. ທ່ານ Romulo ວ່າການປ່ອຍ ມາດາມ ອອງຊານຊູຈີ ຜູ້ນໍາ ຂະບວນການ ປະຊາທິປະໄຕ ພະມ້າ ອອກຈາກກັກ ບໍຣິເວນ ເມື່ອບໍ່ນານ ມານີ້ ຄວນປູເສັ້ນທາງ ໄປສູ່ການ ປ່ອຍນັກໂທດ ການເມືອງ 2,200 ຄົນ ທີ່ຍັງຖືກ ຄຸກຢູ່ນັ້ນ ຢ່າງຮີບດ່ວນ.
ໃນຖ້ອຍຖແລງ ນັ້ນທ່ານ Romulo ໄດ້ສະແດງ ຄວາມຍິນດີ ທີ່ຣັຖບານ ພະມ້າ ປ່ອຍ ມາດາມ ອອງຊານຊູຈີ ເປັນອິສຣະ. ທ່ານ Romulo ຍົກຍ້ອງ ການຕໍ່ສູ້ ແລະ ການເສັຽ ສະລະຂອງ ມາດາມ ອອງຊານຊູຈີ ດ້ວຍວິທີສັນຕິ ແລະວ່າ ມາດາມ ອອງຊານຊູຈີ ບໍ່ພຽງແຕ່ເປັນ ຜູ້ທີ່ສ້າງ ຄວາມຫວັງໃຫ້ ປະຊາຊົນ ພະມ້າ ເທົ່ານັ້ນ ແຕ່ຍັງເປັນ ທີ່ໜ້າຊື່ນຊົມ ຂອງຜູ້ທີ່ ຮັກຫອມ ອິສຣະພາບ ໃນທົ່ວໂລກ ອີກດ້ວຍ.
ທ່ານຍັງເວົ້າ ຕໍ່ໄປວ່າ ຟີລິບປິນ ສືບຕໍ່ຕັ້ງ ຄວາມຫວັງວ່າ ຣັຖບານພະມ້າ ຈະເອົາບາດກ້າວ ໃນຂັ້ນຕໍ່ໄປ ໃນການບັນລຸ ແຜນການ ປະຕິບັດ ປະຊາທິປະໄຕ ໂດຍການຟື້ນຟູ ສິດທິ ທາງການເມືອງ ເສຖກິດ ແລະ ເສຣີພາບ ແກ່ປະຊາຊົນ ທຸກທົ່ວໜ້າ ໃນປະເທດ ພະມ້າ.