ກອງປະຊຸມໃນວຽຕນາມ ກ່ຽວກັບສິທທິແມ່ຍິງ
2010.12.09

ກົດຟັງສຽງ
ກອງປະຊຸມ ກ່ຽວກັບ ສິທທິ ຂອງແມ່ຍິງ ໃນບັນດາ ປະເທສ ອາຊ໊ຽນ ຈັດຂຶ້ນຢູ່ ກຸງຮ໋ານວຍ ໃນມື້ວັນພຸທ ນີ້ ເປັນເວລາ 2 ມື້ ເພື່ອໃຫ້ກົງກັບ ກາຣສລອງ ຄົບຮອບ 62 ປີ ຂອງກາຣ ປະກາສ ສິທທິມະນຸສຍະຊົນ ສາກົລ ແຫ່ງອົງກາຣ ສະຫະປະຊາຊາຕ ໃນມື້ວັນທີ່ 10 ທັນວານີ້.
ກາຣປະຊຸມ ສັມມະນາ ຄັ້ງນີ້ ຖືກຈັດຂຶ້ນ ໂດຽກາຣ ຮ່ວມມື ຂອງອົງກາຣ ຄົ້ນຄວ້າ ສິທທິແມ່ຍິງ ຂອງຊາວ ວຽຕນາມ ອົງກາຣ ເງິນທຶນ ໃຫ້ຄວາມຊ່ວຍເຫລືອ ແມ່ຍິງ ຂອງອົງກາຣ ສະຫະປະຊາຊາຕ ແລະ ອົງກາຣ ພັທນາແມ່ຍິງ ສາກົລ ຂອງປະເທສ ຄານາດາ ໂດຽມີ ເປົ້າໝາຍ ເພື່ອກາຣ ພິຈາຣະນາ ຫາວິທີທາງ ປ້ອງກັນດ້ານ ສິທທິມະນຸສ ຂອງແມ່ຍິງ ໃນກຸ່ມອາຊ໊ຽນ ຊຶ່ງມີ ຜູ້ເຂົ້າຮ່ວມ ທີ່ເປັນຜູ້ຕາງໜ້າ ອົງກາຣ ຈັດຕັ້ງຕ່າງໆ ຮວມທັງໝົດ 100 ກວ່າຄົນ.
ທາງອົງກາຣ ຂ່າວຊິນຮ໋ວາ ໄດ້ຣາຍງານວ່າ ໃນກອງປະຊຸມ ດັ່ງກ່າວ ບັນດາ ຜູ້ຕາງໜ້າ ອົງກາຣຈັດຕັ້ງ ຕ່າງກໍອອກ ຄວາມຄິດຄວາມເຫັນ ດ້ານສະພາບ ຄວາມເປັນຈິງ ທີ່ບັນດາ ແມ່ຍິງ ແລະ ເດັກນ້ອຍ ຖືກລວນລາມ ຫລື ຖືກບັງຄັບ ໃຫ້ເຂົ້າສູ່ ໃນວົງກາຣ ຄ້າມະນຸສ ໃນຫລາຍຮູບແບບ ທີ່ທາງ ກອງປະຊຸມ ໄດ້ຫາວິທີທາງ ປ້ອງກັນ ແລະ ໃຫ້ຄວາມ ຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ຜົລກະທົບ ໄປນັ້ນ.