ໂຄງການທາງຣົດໄຟ ເຂດລຸ່ມແມ່ນໍ້າຂອງ
2010.12.29
ກົດຟັງສຽງ
ໃນນັ້ນ ເອດີບີ ຈະຊ່ວຍປະເທດ GMS ໃນການກະຕຽມ ແຜນການລະອຽດ ກ່ຽວກັບການ ຕັ້ງຫ້ອງການ ປະສານງານ ທາງຣົດໄຟ ຮວມທັງແຜນການ ທຸຣະກິດ ແລະການເງິນ ໃນລະຍະ 5 ປີ ທໍາອິດຂອງການ ດໍາເນີນງານ.
ປະເທດ GMS ຮັບຮູ້ເຖິງ ຄວາມສໍາຄັນ ໃນການຍົກ ຣະດັບຕານ່າງ ທາງຣົດໄຟ ພາຍໃນປະເທດຕົນ ແລະໃນການເຊື່ອມຕໍ່ ກັບປະເທດ ເພື່ອນບ້ານ ໃນພາກພື້ນ ຖ້າມກາງການ ເພີ່ມຂຶ້ນ ຂອງການຄ້າ ໃນພາກພື້ນ, ຄວາມກັງວົນ ກ່ຽວກັບ ການປ່ຽນແປງ ຂອງ ດິນຟ້າອາກາດ ທີ່ຮ້າຍແຮງ ເພີ່ມຂຶ້ນ ແລະ ຣາຄານໍ້າມັນ ເຊື້ອເພີງທີ່ສູງຂຶ້ນ ຢ່າງຫລວງຫລາຍ. GMS ປະກອບດ້ວຍ ກັມພູຊາ ລາວ ໄທ ວຽດນາມ ພະມ່້າ ແລະຈີນ ໂດຍສະເພາະ ແຂວງຍຸນນ່ານ ແລະ Guangxi Shuang.
ທ່ານ James Lynch ຜູ້ອໍານວຍການ ຝ່າຍພັທນາ ຄົມນາຄົມ ແລະຕົວເມືອງ ເຂດເອຊັຽ ຕາເວັນອອກ ສ່ຽງໃຕ້ ຂອງເອດີບີ ເວົ້າວ່າ ປະເທດ GMS ຈະຮ່ວມກັນ ບໍຣິຫານ ຫ້ອງການ ປະສານງານ ທາງຣົດໄຟ RCO ນັ້ນ. ຂໍ້ລິເລີ້ມຕັ້ງ RCO ສະແດງໃຫ້ເຫັນ ເຖິງຄວາມຈໍາເປັນ ໃນການ ປະຕິບັດ ໂຄງການຕານ່າງ ເຊື່ອມໂຍງ ທາງຣົດໄຟ ນັບມື້ຫລາຍຂຶ້ນ ໃນອະນຸ ພາກພື້ນນີ້.