ປັດຈຸບັນ ຍັງບໍ່ເປັນທີ່ ແຈ່ມແຈ້ງ ເທື່ອວ່າ ໂຄງການສ້າງ ທາງລົດໄຟ ຈາກ ສວັນນະເຂດ ໄປຫາ ລາວບາວ ຊາຍແດນ ວຽດນາມ ຈະເລີ້ມ ຈາກຈຸດໃດ ຫລັງຈາກ ທາງການ ປະກາດວ່າ ວຽກງານ ກໍ່ສ້າງຈະເລີ້ມ ລົງມື ໃນເດືອນ ມົກກະຣາ ນີ້. ແຕ່ນັກ ທຸຣະກິດ ໃນສວັນນະເຂດ ທີ່ບໍ່ປະສົງ ອອກຊື່ ເວົ້າວ່າ ໂຄງການນີ້ ຄົງຈະບໍ່ຖືກ ດິນ ໃນໂຕເມືອງ ແຕ່ຈະຖືກດິນ ປະຊາຊົນຢູ່ ໃນເຂດ ຊົນນະບົດ ຫລາຍກວ່າ ເນື່ອງຈາກວ່າ ທີ່ດິນ ໃນໂຕເມືອງ ມັນແພງຫລາຍ ສໍາລັບການ ໃຊ້ແທນຄືນ. ທ່ານເວົ້າວ່າ:
"ສ່ວນຫລາຍ ມັນຖືກຢູ່ແຖວ ຊົນນະບົດ ພຸ້ນນະ ມັນບໍ່ແມ່ນ ໃນເມືອງ ໃນເມືອງມັນ ກໍເປັນ ມູນຄ່າສູງ ຄັນຊົດເຊີຽ ມັນກໍຕ້ອງ ໃຊ້ເງິນຫລາຍ ຢູ່ນອກເມືອງ ຕັດທາງເຂົ້າໄປ ໃສ່ເດ ແມ່ນບໍລະ".
ນັກທຸຣະກິດ ທ່ານນີ້ ເຫັນວ່າ ໂຄງການ ທາງຣົດໄຟ ສວັນນະເຂດ-ລາວບາວ ຫລັງຈາກ ສ້າງສໍາເຣັດ ແລະ ເປີດໃຊ້ແລ້ວ ຈະເຮັດໃຫ້ ຫລາຍພາກສ່ວນ ໄດ້ຮັບຜົນ ປະໂຫຍດ ໂດຍສະເພາະ ການຂົນສົ່ງ ສິນຄ້າ ໄປຫາທະເລ ຈະສະດວກ ສະບາຍຂື້ນ:
"ສວັນນະເຂດ ກໍບໍ່ມີທາງອອກ ສູ່ທະເລ ອາໄສ ໂຕນີ້ແຫລະ ມັນກໍເຮັດໃຫ້ ສິນຄ້າຣະບາຍ ໄດ້ດີເດ້ ແລ້ວກໍຄ່າຂົນສົ່ງ ໄປທາງຣົຖຍົນ ມັນແພງ ໄດ້ຣົຖໄຟ ມັນກ່າ ສິນຄ້າລາວ ເຄື່ອງກະເສດ ຫຍັງນີ້ ມັນກໍຂາຍໝົດ".
ໂຄງການສ້າງ ທາງຣົຖໄຟສາຍ ສວັນນະເຂດ-ລາວບາວ ເປັນການລົງທຶນ ຂອງບໍຣິສັດ ຈາກປະເທດ ມາເລເຊັຽ ມີຄວາມຍາວ 220 km ອອກແບບ ເປັນລາງຄູ່ກັນ ທີ່ຣົຖໄຟ ສາມາດ ແລ່ນໃນຄວາມໄວ 120 kmh ແລະ 160 kmh. ມູນຄ່າການ ລົງທືນ $5,000 ລ້ານ ກໍານົດການ ສັມປະທານ 50 ປີ.