ສ້າງຣົດໄຟສ້າງໜີ້ `ແຖມ` ອາຈເສັຽຊັພທັມຊາຕ

ຊາວລາວ ຄົນນື່ງ ບໍ່ເຫັນພ້ອມ ນໍາຣັຖບານ ທີ່ກູ້ເງິນ ຈາກຈີນ ມາສ້າງທາງ ຣົດໄຟ.
ສົມເນ
2012.11.01
F-lao-train (ຮູປຈໍາລອງ) ມີພູຫຼາຍໜ່ວຍ ທີ່ຕ້ອງເຈາະ ອຸມົງຜ່ານ ເພື່ອສ້າງ ທາງຣົດໄຟ ຈາກ ຫຼວງນໍ້າທາ ຫາ ນະຄອນຫຼວງ ວຽງຈັນ
Screen captured: Lao-China rapid train project presentation video

ຄົນລາວ ທີ່ຂໍສງວນຊື່ ເວົ້າກັບ ເອເຊັຽເສຣີ ວ່າເປັນຫ່ວງ ແລະ ບໍ່ເຫັນພ້ອມ ທີ່ໃຫ້ຈີນ ມາສ້າງທາງຣົດໄຟ ຄວາມໄວສູງ ເພາະບໍ່ຮູ້ວ່າ ຍາມເຂົາເຈົ້າ ສ້າງນັ້ນ ອາຈນໍາເອົາ ຊັພຍາກອນ ທັມມະຊາຕ ອັນລໍ້າຄ່າ ຂອງຊາຕໄປລ້າໆ ໂດຍທີ່ຄົນລາວ ຈະບໍ່ສາມາດ ຄວບຄຸມໄດ້. ເລົາເວົ້າວ່າ:

"ບໍ່ເຫັນດີນໍາ ທີ່ຂ້ອຍເບິ່ງ ມັນຕ້ອງເຈາະອຸໂມງ ລອດພູເຂົາ ບາດນີ້ອຸບໂມງ ເຂົາວ່າ ໂຕທີ່ເຂົາເຈົ້າເຈາະ ມັນມີແຮ່ທາດ ຫຍັງຫລາຍໆ ຈະເອົາພວກນີ້ ໄປລ້າໆ ແຮ່ທີ່ເປັນ ເໝືອງທອງ ບໍ່ດີບຸກຫຍັງນີ້ ເຂົາກ່າຖືວ່າເຂົາ ເຈາະອຸບໂມງຊື່ໆ ເຂົາຈະບໍ່ເສັຽທີ່ວ່າ ເອົາຫີນ ໂຕນີ້ອອກໄປ ເຂົາກໍບໍ່ໄດ້ ເຂົາຈະບໍ່ຈ່າຍ ໃຫ້ຣັຖບານ ແມ່ນບໍລະ".

ຊາວລາວຄົນນີ້ ມີຄວາມເປັນຫ່ວງ ນໍາສິ່ງແວດລ້ອມ ແລະ ຊັພຍາກອນ ທັມມະຊາຕ ເພາະບໍ່ຮູ້ວ່າຈີນ ຈະມີຄວາມ ຮັບຜິດຊອບ ຫລາຍປານໃດ ຕໍ່ສິ່ງແວດລ້ອມ ທີ່ຈະໄດ້ຮັບ ຜົນກະທົບ ຈາກໂຄງການນີ້. ເລົາເປັນຫ່ວງ ຄືກັນກັບ ສະມາຊິກສະພາ 9 ຄົນ ທີ່ບໍ່ເຫັນພ້ອມ ໃນການຢືມເງິນ ມາສ້າງທາງ ຣົດໄຟ ດັ່ງກ່າວ ເພາະ ພວກເພິ່ນເຫັນວ່າ ມີຫລາຍຂໍ້ ໃນສັນຍາທີ່ທ່ານ ສົມສະຫວາດ ເລັງສວັດ ຮອງນາຍົກ ຣັຖມົນຕຣີ ໄດ້ລາຍງານ ຕໍ່ສະພາ ເມື່ອວັນທີ່ 18 ຕຸລາ 2012 ນັ້ນເຮັດໃຫ້ລາວ ຕົກຢູ່ໃນທ່າ ເສັຽປຽບ ທຸກດ້ານ.

ໂຄງການສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ຈາກ ບໍ່ເຕັນ ແຂວງຫລວງນໍ້າທາ ຫາ ນະຄອນຫລວງ ວຽງຈັນ ເປັນໂຄງການໃຫ່ຽ ທີ່ຣັຖບານລາວ ຕ້ອງໄດ້ຢືມເງິນ ກວ່າ $7 ຕື້ ໂດລາ ສະຫະຣັດ ເງິນຈໍານວນນັ້ນ ເກືອບເທົ່າກັບ ຜົນຜລິດລວມຍອດ ຂອງເສຖກິດ ປະເທດ.

ປະຊາຊົນລາວ ເຖິງວ່າຈະອອກ ຄວາມເຫັນບໍ່ໄດ້ ຕາມໃຈມັກກໍດີ ແຕ່ກໍເປັນຫ່ວງ ນໍາການຕັດສີນໃຈ ທີ່ສ່ຽງທີ່ສຸດ ຂອງຣັຖບານ ຈື່ງໄດ້ແຕ່ ພາກັນຕິດຕາມ ຄວາມຄືບໜ້າ ຂອງໂຄງການ.

ຊາວລາວຫລາຍຄົນ ເວົ້າວ່າຢາກໃຫ້ ຣັຖບານ ສ້າງ ແລະປັບປຸງຖນົນ ພາຍໃນປະເທດ ໃຫ້ທົ່ວເຖິງກັນ ລໍຖ້າໃຫ້ປະເທດ ມີຣາຍໄດ້ສູງ ຂື້ນຕື່ມ ສ້າງສາພາຍໃນ ປະເທດ ໃຫ້ເຂັ້ມແຂງ ກ່ວານີ້ ຈື່ງຄິດສ້າງ ທາງລົດໄຟ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.