ຣົຖໄຟຄວາມໄວສູງ ຍັງຢູ່ໃນແຜນ

ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເປັນໄປ ຕາມແຜນ ແລວທາງ ທີ່ວາງໄວ້.

0:00 / 0:00

ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ຈາກຂຸນຫມີງ ຫາ ນະຄອນຫລວງ ວຽງຈັນ ແລະ ຕໍ່ໄປຍັງແຂວງ ຫນອງຄາຍ ຂອງໄທ ອາດຈະເລີ້ມ ໃນປີ 2015 ພ້ອມດຽວກັບ ການລີເລີ້ມ ປະຊາຄົມ ເສຖກິດ ອາຊຽນ.

ທ່ານ ສມັຍພອນ ຈູ່ຈະເຣີນ ເຈົ້າຫນ້າທີ່ ກົງສູນໄທ ຜແນກການຄ້າ ປະຈຳ ນະຄອນຂຸນຫມີງ ສປຈີນ ກ່່າວວ່າ ໂຄງການຣົຖໄຟ ຄວາມໄວສູງ ຂນາດ 200 ກິໂລແມັດ ຕໍ່ຊົ່ວໂມງ ຈາກແຂວງຢູນານ ມາລາວ ແລະ ແຂວງຫນອງຄາຍ ພາກຕາເວັນອອກ ສ່ຽງເຫນືອຂອງໄທ ເປັນໄປຕາມແຜນການ.

ຜູ້ໂດຍສານ ແລະ ສິນຄ້າ ຈາກຫນອງຄາຍ ຈະສາມາດ ຜ່ານມາເຖີງ ບາງກອກ ແລະ ແຂວງຣະຍອງ ພ້ອມທັງໄປເຖິງ ມາເລເຊັຽ ແລະ ສິງກະໂປ ໄດ້ໃນຂະບວນ ຣົຖໄຟ ສາຍດຽວກັນ ແລະ ໂຄງການສາຍຣົຖໄຟ ຄວາມໄວສູງ ອື່ນໆອີກກໍ່ແມ່ນ ຈາກຈີນ ໄປພະມ້າ ແລະ ກຳພູຊາ.

ທ່ານວ່າ ວຽກງານການ ກໍ່ສ້າງ ເສັ້ນທາງຣົຖໄຟ ຄວາມໄວສູງ ລາວ-ຈີນ ທີ່ມີມູນຄ່າ ປະມານ 7 ຕື້ ໂດລາ ຈະເລີ້ມລົງມື ໃນໄວໆນີ້ ແລະ ໂຄງການດັ່ງກ່າວ ຈະເປັນເງີນກູ້ ຈາກທະນາຄານ ຂາເຂົ້າ ແລະຂາອອກ ຂອງຈີນ ໃນຣະຍະ 30 ປີ ແລະ ຈີນ ຈະເປັນຜູ້ ຮັບຜິດຊອບ ໃນການສ້າງ.

ໂຄງການດັ່ງກ່າວ ຄາດວ່າ ຈະສ້າງຣາຍໄດ້ ໃນປີທຳອິດ ຫລັງຈາກ ສ້າງແລ້ວ ຈາກ 95 ລ້ານໂດລາ ຕໍ່ປີ ໃນທີ່ສຸດ ອາດເຖິງ 16.3 ພັນ ລ້ານໂດລາ ໃນຣະຍະ 50 ປີ ຂ້າງຫນ້າ.