ການຢືມເງິນສ້າງທາງຣົດໄຟ
2012.11.23

ຕາມບົດຣາຍງານ ຂອງ ອົງການຂ່າວ ABC ເມື່ອວັນພຸດ ວັນທີ 21 ພຶສຈິກາ ວ່າມີຄວາມ ເປັນຫ່ວງ ໃນການກູ້ຢືມ ເງິນ 7,000 ລ້ານໂດລ້າ ຈາກ ທະນາຄານ ຂາເຂົ້າ ຂາອອກ ຂອງຈີນ ເພື່ອສ້າງທາງ ຣົດໄຟເຊື່ອມຕໍ່ ລາວ-ຈີນ ຈາກ ບໍ່ເຕັນ-ບໍ່ຫານ ຫາ ນະຄອນຫລວງ ວຽງຈັນ ຈະກະທົບ ຕໍ່ເສຖກິດ ຂອງລາວ ຢ່າງຮ້າຍແຮງ ທີ່ ສປປລາວ ຈະຕ້ອງແບກຫາບ ໜີ້ສີນເກີນ ຄວາມສາມາດ. ຣາຍງານນີ້ ອີງໃສ່ ການສໍາພາດ ນັກຊ່ຽວຊານ ຈາກ ມະຫາວິທຍາໄລ ແຫ່ງຊາຕ Australia ກ່ຽວກັບ ຊັພຍາກອນ ໃນລາວ. ທ່ານ Keith Barney ກ່າວວ່າ:
"ແມ່ນແລ້ວ ທ່ານຄິດມີ ຄວາມເປັນຫ່ວງນໍາ ເຣື້ອງນີ້ ເຖິງແມ່ນວ່າ ອັດຕຣາດອກເບັ້ຽ ກູ້ຈະຕໍ່າ ແລະ ໃຫ້ຈ່າຍໜີ້ ຊ້າເຖິງ 10 ປີ ກໍຕາມ ແຕ່ມັນຍັງເປັນເງິນ ຈໍານວນ ມະຫາສານ ສໍາລັບ ສປປລາວ. ຜົນຜລິດລວມຍອດ ຂອງລາວ 8.3 ຕື້ໂດລາ ສະຫະຣັດ ສູງກວ່າ ຈໍານວນເງິນກູ້ ພຽງນ້ອຍດຽວ. ກອງທຶນ ຣະຫ່ວາງ ປະເທດ IMF ຖະແຫລງ ເມື່ອບໍ່ດົນມານີ້ວ່າ ບັນຫາ ການເຕີບໃຫ່ຽ ຂອງສິນເຊື່ອ ແລະ ອັດຕຣາການ ກູ້ຢືມສູງ ໄດ້ກາຍເປັນ ສິ່ງອອ່ນໄຫວ ສໍາລັບ ເສຖກິດ ໃນລາວ".
ທ່ານວ່າ ຕາມຣາຍງານນັ້ນ ເງິນກູ້ຈາກ ທະນາຄານ ຂາອອກ-ຂາເຂົ້າ ຂອງຈີນ ເປັນການກູ້ຢືມ ທີ່ເອົາແຫ່ລງ ຊັບພຍາກອນ ຂອງຊາຕ ເປັນສິ່ງ ຄໍ້າປະກັນ ໃນນັ້ນ ຮວມທັງຣາຍໄດ້ ຈາກໂຄງການ ທາງຣົດໄຟ ແລະ ຊັພສິນ ທັງໝົດ ຂອງໂຄງການ ພ້ອມທັງຣາຍໄດ້ ຈາກພາສີ ຈາກໂຄງການ ອື່ນໆໃນລາວ. ໂຄງການນີ້ ອາດເປັນ ຣາຍໄດ້ ທາງເສຖກິດ ສໍາລັບ ສປປລາວ ເຖິງແມ່ນວ່າ ມີຄວາມສ່ຽງ ແລະ ເປັນຫ່ວງວ່າ ຈະຈ່າຍໜີ້ສີນ 7,000 ລ້ານໂດລ້າ ນີ້ຄືນແນວໃດ.
ແຕ່ໃນຂະນະ ດຽວກັນ ສໍານັກງານ ຕີຣາຄາ ສິນເຊື່ອ Moody’s Credit Rating Agency ເວົ້າວ່າ ໂຄງການຣົດໄຟ ເຊື່ອມຕໍ່ ລາວ-ຈີນ ຈະເປັນສິນເຊື່ອ ທາງບວກ ແກ່ເງິນກູ້ ໃນເມື່ອມັນ ສ້າງໂອກາດ ໃຫ້ການ ພັທນາເສຖກິດ ຂອງລາວ ແລະ ຂະຫຍາຍການ ສົ່ງອອກ ໄປຍັງປະເທດຈີນ.
ເມື່ອຖາມທາງດ້ານ ການເມືອງ ທ່ານຕອບວ່າ ເປັນທີ່ຫລີກລ່ຽງ ບໍ່ໄດ້ແລ້ວ ທີ່ວ່າໂຄງການນີ້ ຈະເຮັດໃຫ້ຄວາມສັມພັນ ລາວ-ຈີນ ແໜ້ນແຟ້ນຂື້ນ.