ພວກລ້າສັຕປ່າວຽດນາມ ຣະບາດຂື້ນເໜືອ

ຂະບວນການ ລັກລອບລ້າ ສັຕປ່າ ຊາວວຽດນາມ ພາກັນ ໂຫ້ໄປ ແຂວງ ໄຊຍະບູຣີ ເພື່ອຫາຜົນ ກໍ່າໄຣ.
ສົມເນ
2012.10.24

ເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ທີ່ເຮັດວຽກກ່ຽວກັບ ການກວດກາ ປ່າໄມ້ ກ່າວວ່າ ມີຂະບວນການ ຄ້າສັຕປ່າ ຂ້າມຊາຕ ຈາກວຽດນາມ ລັກລອບເຂົ້າມາ ລ່າສັຕປ່າ ໃນລາວ ແມ່ນແຕ່ແຂວງ ໄຊຍະບູຣີ ທີ່ຢູ່ຫ່າງໄກຈາກ ຊາຍແດນ ວຽດນາມ ກໍຍັງມີ ຊາວວຽດນາມ ເຂົ້າມາຕິດຕໍ່ ຊາວລາວໃນທ້ອງຖິ່ນ ເພື່ອອໍານວຍ ຄວາມສະດວກ ໃນການລ້າ ແລະຂົນສົ່ງສັຕ ຫລື ຊື້ສັດປ່າ ຈາກຊາວລາວ ເພື່ອສົ່ງຂາຍ ໃນປະເທດວຽດນາມ. ທ່ານກ່າວວ່າ:

"ການຊື້້ຂາຍ ນີ້ແມ່ນຄົນວຽດ ຫັ່ນແຫລະ ເຂົ້າມາລາວ ແລ້ວແມ່ນຕິດຕໍ່ ນໍາກຸ່ມຄົນບໍ່ດີ ຫັ່ນແຫລະ ມີການລັກລອບ ຊື້-ຂາຍ ທາງເຈົ້າໜ້າທີ່ ໄດ້ມີການ ກວດກາ ລາດຕະເວນ ແລ້ວພົບເຫັນ ຢູ່ທ່າບັກ ທ່າເດື່ອ ກໍາລັງຊີ່ກະຕຽມຂ້າມ ໄປແຫລະ ແຕ່ເຮົາຈັບ ເຮົາກວດພົບ ແລະຈັບໄດ້ ທຸກຄົນນີ້ຖືວ່າໄດ້ ຜ່ານການສືບສວນ ສອບສວນ".

ເຈົ້າໜ້າທີ່ວ່າໄດ້ຈັບ ຂະບວນການລັກລອບ ລາຍໃຫ່ຽທີ່ສຸດ ໃນຮອບປີ ເມື່ອວັນທີ່ 8 ຕຸລາ ຜ່ານມານີ້ ແລະຊິ້ນສ່ວນສັຕ ແລະ ສັຕປ່າເປັນໆ ອັນມີໂຕຫລິ່ນ ປູລູ ຕີນໝີ ແຂ້ວ ໝູປ່າ ລວມ ມູນຄ່າ 87 ລ້ານກີບ. ຫລັງຈາກການ ສືບສວນສອບສວນແລ້ວ ຂະບວນການນີ້ ຍອມຮັບວ່າ ພວກຕົນ ກໍາລັງຈະນໍາເອົາ ສັຕປ່າ ໄປແຂວງ ຫລວງພຣະບາງ ເພື່ອໄປຂື້ນລົດ ວຽດນາມ ຕໍ່ .

ເຈົ້າໜ້າທີ່ຫ້ອງການ ສາກົນ ຕ້ານການລ້າສັຕປ່າ ໃນລາວ ເວົ້າວ່າ ຂະບວນການ ຕ່າງຊາຕ ທີ່ເຂົ້າມາລັກລອບ ລ້າສັຕປ່າ ໃນລາວ ສ່ວນຫຼາຍແມ່ນ ໄປຈາກວຽດນາມ ແລະຈີນ. ທ່ານວ່າ ຜ່ານມາ ໜ່ວຍກວດກາປ່າໄມ້ ທີ່ອອກລາດຕະເວນ ສາມາດຈັບ ຜູ້ລັກລອບ ລ້າສັຕປ່າໄດ້ ຢູ່ເລື້ອຍໆ ຮວມທັງ ຄົນລາວເຮົາເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.