ຂໍ້ຕົກລົງຂອງ MRC

ອະດີດ ສະມາຊິກ ສະພາ ສູງ ຂອງໄທ ວ່າ ທາງການລາວ ຜິດຕໍ່ ຂໍ້ຕົກລົງ ຂອງຄະນະ ກັມມາທິການ ແມ່ນໍ້າຂອງ ໃນໂຄງການ ສ້າງ ເຂື່ອນ ໄຊຍະບູຣີ.
ມະນີຈັນ
2012.11.20
F-MRC ອົງການ ຄນະກັມມາທິການ ແມ່ນໍ້າຂອງ
MRC

ປະເທດ ທີ່ກ່ຽວຂ້ອງ ກັບເຣື່ອງ ການສ້າງເຂື່ອນ ໄຊຍະບູຣີ ໃສ່ ແມ່ນໍ້າຂອງ ຮວມທັງ ປະເທດໄທ ໄດ້ຮຽກຮ້ອງ ໃຫ້ ຣັຖບານ ສປປລາວ ດໍາເນີນ ການສຶກສາ ຢ່າງ ເລິກເຊິ່ງ ກ່ຽວກັບ ຜົນກະທົບ ທີ່ຈະມີຕໍ່ ສິ່ງແວດລ້ອມ ແລະ ຕໍ່ປະເທດ ເພື່ອນບ້ານ ກ່ອນຈະສ້າງ ເຂື່ອນ ນັ້ນຕໍ່ໄປ. ຕາມຄໍາເວົ້າ ຂອງທ່ານ ໄກຣສັກ ຊຸນຫະວັນ ອະດີດ ສະມາຊິກ ສະພາສູງ ຂອງໄທ ນັກຊ່ຽວຊານ ດ້ານວຽກງານ ການຕ່າງປະເທດ ເມື່ອວັນທີ 19 ພຶສຈິກາ ນີ້:

"ທ່ານກ່າວວ່າ ສປປ ລາວ ເຮັດຜິດສັນຍາ ທຸກປະການ ຜິດສັນຍາ ຄະນະກັມມາທິການ ແມ່ນໍ້າຂອງ ແລະວ່າ ແມ່ນໍ້າຂອງ ທີ່ໄຫລຜ່ານ ຫລາຍປະເທດ ໂດຍເລີ່ມຈາກ ຈີນ ພະມ້າ ລາວ ໄທ ກໍາພູຊາ ແລະວຽດນາມ ກ່ອນຈະໄຫລລົງສູ່ ທະເລຈີນໃຕ້ ຢູ່ດີໆ ກໍມາສ້າງເຂື່ອນ ຂນາດໃຫຍ່ ໃສ່ ກໍກະທົບ ກະເທືອນ ໄປໝົດ".

ຄໍາຮຽກຮ້ອງ ໃຫ້ສຶກສາ ຜົນກະທົບ ຈາກເຂື່ອນ ໄຊຍະບູຣີ ໃຫ້ເລິກເຊິ່ງ ນັ້ນ ທ່ານໄກຣສັກ ວ່າ ເບິ່ງຄືວ່າ ລາວຈະຟັງ ຈະເຮັດຕາມ ແຕ່ກໍບໍ່ເປັນ ໄປຕາມທີ່ກະໄວ້ ສປປລາວ ມີແຕ່ບອກວ່າ ໄດ້ສຶກສາແລ້ວ ການສຶກສາ ຂອງລາວ ບໍ່ເປັນການ ສຶກສາ ທີ່ແທ້ຈິງ ມີບໍຣິສັດ ຈາກ ປະເທດຟິນແລັນ ເຂົ້າມາຊ່ວຍ ສຶກສາໃຫ້:

"ທ່ານວ່າ ການສຶກສາ ຂອງບໍຣິສັດ ດັ່ງກ່າວ ບໍ່ສົມບູນ ເຖິງຂັ້ນວ່າ ຣັຖບານ ຂອງປະເທດ ເຂົາເອງ ມີການກວດສອບ ບໍຣິສັດ ນີ້ຢູ່ ຈຶ່ງເຫັນວ່າ ລາວ ບໍ່ໄດ້ສຶກສາ ຢ່າງເລິກເຊິ່ງ ເລີຍກໍວ່າໄດ້".

ສ່ວນເຣື່ອງ ທີ່ວ່າມີການ ດັດແກ້ ການອອກແບບ ເພື່ອບໍ່ໃຫ້ ດິນຕົມ ຕົກຄ້າງ ແລະ ມີຂັ້ນໃດ ໃຫ້ປາຂຶ້ນລ່ອງ ຜ່ານໄປໄດ້ນັ້ນ ທ່ານວ່າເຫັນມາ ຫລາຍແລ້ວ ແຕ່ປາກໍບໍ່ ສາມາດ ປີນຂັ້ນໃດນັ້ນ ໄປໄດ້ເລີຍ. ທ່ານຍັງໄດ້ ຍົກຕົວຢ່າງ 4 ເຂື່ອນ ຂອງຈີນ ທີ່ສ້າງໃສ່ ແມ່ນໍ້າຂອງ ຕອນເທິງ ໃນເຂດ ຂອງຈີນ ທີ່ວ່າ ມີຊ່ອງມີຂັ້ນໃດ ນັ້ນ ແຕ່ກໍບໍ່ມີ ປະສິດທິພາບ ເພາະມັນບໍ່ແມ່ນ ເປັນແບບ ທັມມະຊາດ.

4 ເຂື່ອນ ທີ່ຈີນສ້າງຂຶ້ນ ເຮັດໃຫ້ເກີດ ຄວາມແຫ້ງແລ້ງ ໜັກໜ່ວງ ແລະ ສ້າງບັນຫາ ໃຫ້ທຸກປະເທດ ທີ່ຢູ່ລຸ່ມ ເຂື່ອນລົງມາ ແລະ ປັດຈຸບັນ ກໍເຊື່ອວ່າ ແມ່ນໍ້າຂອງ ບົກລົງແທ້ ແລະ ຫາກສ້າງເຂື່ອນ ໄຊຍະບູຣີ ກໍຍິ່ງຈະມີ ຜົນກະທົບ ຣະຍະຍາວ ຕໍ່ປູປາ ໃນແມ່ນໍ້າຂອງ ຕໍ່ການ ຫາຢູ່ຫາກິນ ຂອງ ປະຊາຊົນ ທີ່ອາສັຍ ແມ່ນໍ້າຂອງ ເປັນທີ່ເພິ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.