ຣົດຂົນໄມ້ຂອງວຽດນາມ ຖືກເຜົາຄົນຂັບລົບໜີ

ຣົດບັນທຸກ ໄມ້ທ່ອນ ຂອງວຽດນາມ ຖືກຊາວບ້ານ ຢູ່ໃກ້ເຂດ ເມືອງນອງ ແຂວງ ສວັນນະເຂດ ຈູດຖີ້ມ.
ສົມເນ
2012.12.12
F-logs-trucks ຂະບວນ ຣົດບັນທຸກໄມ້ ກໍາລັງລໍຖ້າ ຢູ່ຊາຍແດນລາວ ເຂົ້າສູ່ວຽດນາມ ເຈົ້າໜ້າທີ່ ພາສີລາວ ກໍຢືນເບີ່ງ ໄມ້ເຖື່ອນ ເຄື່ອນຂະບວນ ໄປສູ່ວຽດນາມ ຕາມການ ຣາຍງານ ຂອງອົງການ ສືບສວນ ສໍາຣວດ ສີ່ງແວດລ້ອມ ທີ່ມີ ສໍານັກງານ ຢູ່ປະເທດ ອັງກິດ. (Environment investigation agency) Vietnam has become a clearing house for illegally logged hardwood timber from neighboring Laos. 19/03/2008
EIA

ຊາວເມືອງ ສາຣະວັນ ຄົນນື່ງ ທີ່ຂໍສງວນຊື່ ໄດ້ ໂທຣະສັບ ແຈ້ງຕໍ່ ວິທຍຸ ເອເຊັຽເສຣີ ເມື່ອທ້າຍ ອາທິດນີ້ ວ່າ ໃນຕອນແລງ ຂອງວັນທີ 3 ທັນວາ 2012 ຊາວບ້ານ ໄດ້ພາກັນ ລັກລອບເຂົ້າຈູດ ຣົດຂົນໄມ້ທ່ອນ ຂອງ ວຽດນາມ 3 ຄັນ ທີ່ກໍາລັງ ຈອດພັກຜ່ອນ ຢູ່ຕີນພູ ບ້ານປະເຊັ້ຽ ແຂວງ ສາຣະວັນ ຊື່ງເປັນເຂດ ຊາຍແດນ ຕິດກັບ ເມືອງນອງ ແຂວງ ສວັນນະເຂດ ຊື່ງທາງການລາວ ກໍປົກປິດ ເຣື້ອງນີ້ໄວ້ ຕາມເຄີຍ. ດັ່ງຊາວເມືອງ ສາຣະວັນ ໄດ້ເລົ່າສູ່ຟັງ ວ່າ:

"ເຣື້ອງນີ້ ຄັນເຫດການ ເກີດຂື້ນ ແລ້ວກໍແລ້ວໄປ ເຂົາບໍ່ເປີດເຜີຽ ເຂົາກ່າຊີ່ບໍ່ ກະຈາຍຂ່າວ ສ່ວນຫລາຍເຂົາ ຊີ່ປິດຂ່າວງຽບ  ເພາະວ່າເຂົາ ບໍ່ຢາກໃຫ້ຮູ້ເຖິງ ເຫດການເກີດ ຂື້ນ ເພາະວ່າມັນຮົ່ວ ເຂົາຄິດວ່າ ເຂດຂອງເຂົາ ບໍ່ມີຄວາມສງົບ ເຂົາປິດໄວ້ ບໍ່ໃຫ້ຮູ້ ປະຊາຊົນ ຜູ້ມັນບໍ່ພໍໃຈ ໃນການທີ່ວ່າ ພວກວຽດນາມ ມາຕັດເອົາໄມ້ ໃນບ້ານ ໃນເມືອງ ເມືອເຮັດປໂຍດ ຂອງວຽດນາມ ເຂົາກໍມີແຕ່ ເຮັດແບບນີ້ ເພາະມັນ ບໍ່ມີທາງອອກ ເວົ້າງ່າຍໆຄື ຣັຖບານເຂົາ ຂາຍແຜ່ນດິນ ກິນຂາດແລ້ວນະ".

ເລົາເວົ້າວ່າ ຫລັງຈາກ ຣົດຖືກຈູດແລ້ວ ຄົນຂັບຣົດ ຊາວວຽດນາມ ກໍພາກັນ ປົບໜີໄປ. ໄມ້ທ່ອນທີ່ເຂົາ ແກ່ເມືອວຽດນາມ ນັ້ນເປັນ ໄມ້ດູ່ ໄມ້ແດງ ໄມ້ຄໍາພີ ແລະ ໄມ້ເນື້ອແຂງ ຣາຄາແພງ ຈໍານວນນື່ງ. ຊາວວຽດນາມ ທີ່ເຂົ້າມາ ຕັດໄມ້ນັ້ນ ມີທັງ ປະຊາຊົນ ແລະ ບໍຣິສັດ ທັງຖືກຕ້ອງ ແລະ ບໍ່ຖືກຕ້ອງ. ເຂົາເຂົ້າມາ ເປັນຂະບວນ ທາງການລາວ ບໍ່ມີມາຕການ ກວດກາ ແນວໃດເລີຽ:

"ສ່ວນມາກ ບໍຣິສັດ ກໍມີຢູ່ ແຕ່ວ່າພວກມັນ ບໍ່ແມ່ນ ບໍຣິສັດ ມັນກໍໄປຈ້າງ ປະຊາຊົນ ຕັດໂລດ ປະຊາຊົນ ບ່ອນມັນທຸກ ມັນຍາກ ມັນກໍໄປຕັດ. ມັນບໍ່ກ່ຽວກັບ ບໍຣິສັດ ບາງເທື່ອ ມັນກໍເປັນ ປະຊາຊົນ ສ່ວນໂຕ. ຄັນມັນເຂົ້າ ມາໄດ້ ອອກງ່າຍດາຍ ມັນກໍ່ຕັດ ເອົາໂຕງ່າຍ ກັບເມືອ".

ເຫດການ ຈູດເຜົາຣົດ ແກ່ໄມ້ ຂອງ ຊາວວຽດນາມ ໄດ້ເກີດຂື້ນຢູ່ ເລື້ອຍໆ ຢູ່ແຂວງ ສາຣະວັນ ອັດຕະປື ເຊກອງ ຈໍາປາສັກ ແລະ ແຂວງ ສວັນນະເຂດ ແຕ່ບໍ່ ປາກົດອອກ ເປັນຂ່າວ ຄັນໂທໄປຖາມ ອໍານາດ ການປົກຄອງ ເຂົາເຈົ້າ ກໍປະຕິເສດ ວ່າ ບໍ່ມີຫຍັງ ເກີດຂື້ນ ບໍ່ຮູ້! ບໍ່ມີ! ຣາຍງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.