ຂ.ໄຊຍະບູຣີ ຫາ ຂ.ອຸດົມໄຊ ເລີ້ມສ້າງຂົວ

ການກໍ່ສ້າງ ຂົວ ຂ້າມນໍ້າຂອງ ຣະຫ່ວາງ ແຂວງ ໄຊຍະບູຣີ ຫາ ແຂວງອຸດົມໄຊ ໄດ້ເລີ້ມ ລົງມືແລ້ວ.
ສົມເນ
2013.01.03
F-X-O-bridge ແຜນທີ່ ເສັ້ນທາງ ຣະຫວ່າງ ເມືອງເງິນ ຫາ ເມືອງປາກແບ່ງ ທີ່ສ້າງແລ້ວ ສໍາເຣັດ ໃນປີ 2011.
screen captured: Laos New connection New road From Nan Xayaburi Oudomxai video

ການກໍ່ສ້າງ ຂົວ ຂ້າມນໍ້າຂອງ ຣະຫ່ວາງ ເມືອງເງິນ ແຂວງ ໄຊຍະບູຣີ ກັບ ເມືອງປາກແບ່ງ ແຂວງ ອຸດົມໃຊ ໄດ້ເລີ້ມແລ້ວ ຫລັງຈາກ ພິທີວາງ ສີລາເຣິກ ເປີດ ການກໍ່ສ້າງ ໄດ້ມີຂື້ນ ໃນອາທິດ ຜ່ານມາ.

ຂົວ ຂ້າມນໍ້າຂອງ ແຫ່ງນີ້ ເປັນນື່ງ ໃນຈໍານວນ 3 ຂົວ ຂ້າມ ແມ່ນໍ້າຂອງ ໃນແຂວງ ໄຊຍະບູຣີ ຊື່ງຈະເຮັດໃຫ້ ເສັ້ນທາງ ເລາະແຄມຂອງ ຈາກທາງໃຕ້ ຂື້ນໄປ ທາງເໜືອ ຈອດກັນ ແລະ ເປັນເສັ້ນທາງ ທີ່ສັ້ນ ທີ່ສຸດ ແທນທີ່ຈະໃຊ້ ຖນົນ ເລກທີ່ 13 ໄປຫາ ບໍ່ແກ້ວ ຊຶ່ງໃຊ້ເວລາ ຕັ້ງຫລາຍວັນ. ເຈົ້າໜ້າທີ່ ຣະດັບສູງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ອະທິບາຍ ໃຫ້ຟັງ ເມື່ອອາທິດ ທີ່ແລ້ວນີ້ວ່າ:

"ເຮົາອອກຈາກ ວຽງຈັນ ເຮົາແລ່ນຂື້ນ ທາງເລາະແຄມຂອງ ຂື້ນໄປຫາ ບ້ານວັງ ຊະນະຄາມ  ຂ້າມໂຄກເຂົ້າດໍ ຂື້ນໄປປາກລາຍ ຂື້ນໄປໄຊຍະ  ຂື້ນໄປໃສ່ ເມືອງເງິນ ລົງໄປ ປາກແບ່ງ  ຂ້າມປາກແບ່ງ ຂື້ນຫ້ວຍຊາຍ ມີຕັ້ງແຕ່ 114  ກິໂລແມັດ ເທົ່ານັ້ນ ຂື້ນໄປຫາ ບໍ່ແກ້ວ".

ຂົວດັ່ງກ່າວ ມີຄວາມຍາວ 379 ແມັດ ກ້ວາງ 9 ແມັດ ງົບປະມານ ການກໍ່ສ້າງ ແມ່ນໃຊ້ ເງິນຢືມ ດອກເບັ້ຽຕໍ່າ ຈາກ ທະນາຄານຈີນ. ຂົວ 3 ແຫ່ງ ໃນແຂວງ ໄຊຍະບູຣີ ນອກຈາກ ຈະເຮັດໃຫ້ ເສັ້ນທາງ ເລາະແຄມຂອງ ຈອດກັນແລ້ວ ຍັງເຮັດໃຫ້ ເສັ້ນທາງນີ້ ຈອດກັບ ເສັ້ນທາງ ໄປຫາ ຊາຍແດນໄທ ໄປຫາຈີນ ແລະ ໄປຫາວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.