ອະດີດ ສ.ສໄທວ່າລາວ ຄວນຢຸດສ້າງເຂື່ອນ
2012.11.21

ທຸກໆເຂື່ອນ ທີ່ສ້າງຂຶ້ນ ໃນທົ່ວໂລກ ເພື່ອຜລິດ ກະແສໄຟຟ້າ ລ້ວນແລ້ວແຕ່ ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ. ບາງປະເທດ ຈຶ່ງຕ້ອງມ້າງ ເຂື່ອນນັ້ນຖີ້ມ ສະຫະຣັຖ ອະເມຣິກາ ກໍໄດ້ມ້າງ ກວ່າ 150 ເຂື່ອນຖີ້ມ. ຕາມຄໍາເວົ້າ ຂອງ ທ່ານ ໄກຣສັກ ຊຸນຫະວັນ ອະດີດ ສະມາຊິກ ສະພາສູງ ຂອງໄທ ນັກຊ່ຽວຊານ ວຽກງານ ຕ່າງປະເທດ:
"ເຂື່ອນທຸກເຂື່ອນ ມັນທໍາລາຍ ສິ່ງແວດລ້ອມ ແລະ ເຮັດໃຫ້ ປະຊາຊົນ ປະເຊີນບັນຫາ ນີ້ມັນເກີດຂຶ້ນ ໃນທົ່ວໂລກ ທີ່ມີການ ສ້າງເຂື່ອນ ຜລິດໄຟຟ້າ ດັ່ງນັ້ນ ຈຶ່ງມີການ ທຸບເຂື່ອນຖີ້ມ ໃນບາງປະເທດ ຮວມທັງໃນ ສະຫະຣັຖ".
ທ່ານໄກຣສັກ ກ່າວເຖີງ ຄໍາເວົ້າຂອງ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ມາດາມ Hillary Clinton ຕອນທີ່ ຢ້ຽມຢາມ ນະຄອນຫລວງ ວຽງຈັນ ຊຶ່ງມາດາມ ໄດ້ເຕືອນ ຣັຖບານລາວ ວ່າຢ່າໄດ້ ກະທໍາຜິດ ໃນສິ່ງທີ່ ສະຫະຣັຖ ເຄີຍໄດ້ເຮັດ ຜິດມາແລ້ວ ເຣື່ອງການສ້າງ ເຂື່ອນ ຂໍໃຫ້ຄິດເຖິງ ຜົນກະທົບ ທີ່ຕາມມາ ຈາກເຂື່ອນ.
ທ່ານ ໄກຣສັກ ໄດ້ຕອບຄໍາຖາມ ຂອງ RFA ຕື່ມເຣື່ອງ ເຂື່ອນ ໄຊຍະບູຣີ ວ່າ:
"ຣັຖບານລາວ ຄວນມີຄວາມ ຮັບຜິດຊອບ ໂດຍຍັບຍັ້ງ ບໍ່ໃຫ້ສ້າງ ເຂື່ອນ ນີ້ຂຶ້ນເລີຍ ເພາະວ່າມັນ ເປັນໄປບໍ່ໄດ້ ທີ່ຈະສ້າງ ເຂື່ອນ ປັ່ນໄຟຟ້າ ແລະ ປົກປ້ອງ ສິ່ງແວດລ້ອມ ໄປພ້ອມໆກັນ ເພາະມັນ ຂັດແຍ່ງກັນ".
ທ່ານວ່າ ຣັຖບານລາວ ມີທາງເລືອກ ທີ່ຈະບໍ່ສ້າງ ເຂື່ອນ ໃສ່ແມ່ນໍ້າຂອງ ປະເທດລາວ ມີສາຍນໍ້າ ລໍາທານ ອີກຕັ້ງ ຫລາຍສາຍ ຫາກ ຣັຖບານລາວ ສ້າງເຂື່ອນ ໄຊຍະບູຣີ ກໍຈະເຮັດໃຫ້ ປະເທດລຸ່ມ ແມ່ນໍ້າຂອງ ໄດ້ຮັບຄວາມ ເດືອດຮ້ອນ ເຊັ່ນ ວຽດນາມ ແລະ ກໍາພູຊາ.
ທ່ານໄກຣສັກ ໄດ້ກ່າວອ້າງອີງ ໃສ່ຄໍາເວົ້າ ຂອງ ນັກວິຊາການ ຕ່າງປະເທດ ວ່າພາຍໃນ 2 ປີ ຂ້າງໜ້າ ວຽດນາມ ຈະບໍ່ສາມາດ ຜລິດອາຫານ ພຽງພໍໃຫ້ ປະຊາຊົນ ຫາກເຂື່ອນ ໄຊຍະບູຣີ ຖືກສ້າງຂຶ້ນ ເພາະນໍ້າ ຈະບໍ່ໄຫລ ສະດວກ ແລະ ນໍ້າເກືອຈະໄຫລ ເຂົ້າປາກແບ່ງ ແມ່ນໍ້າຂອງ ຫລາຍຂຶ້ນ ຊຶ່ງບໍ່ເປັນຜົນດີ ຕໍ່ພັນເຂົ້າ.
ໃນກໍາພູຊາ ທະເລສາບ ຫລື Tonle Sap ຊຶ່ງເປັນອ່າງ ເກັບນໍ້າ ທັມມະຊາດ ທີ່ໃຫຍ່ ທີ່ສຸດ ຂອງ ພູມີພາກ ຫາກເຂື່ອນ ຖືກສ້າງຂຶ້ນ ກໍໝາຍເຖິງ ການກີດກັ້ນ ນໍ້າຂອງ ທີ່ຈະໄຫລລົງສູ່ ທະເລສາບ ຊຶ່ງເປັນແຫລ່ງປາ ທີ່ໃຫຍ່ທີ່ສຸດ ຂອງ ກໍາພູຊາ ປະຊາຊົນ ຈະໄດ້ຮັບຜົນ ກະທົບ ຢ່າງໜັກໜ່ວງ.