ນະຄອນຫລວງວຽງຈັນ ຢູ່ຣະດັບ 1 ໃນ 10
2012.09.06

ໜັງສືພິມ Financial Times ແລະ ວາຣະສານ FDI ທີ່ໄດ້ເກັບກໍາ ຂໍ້ມູນ ຂອງ 141 ຕົວເມືອງ ໃນພາກພື້ນ ເອເຊັຍ-ປາຊີຟິກ ເຫັນວ່າ ນະຄອນຫລວງ ວຽງຈັນ ເປັນເມືອງ ທີ່ໜ້າຢູ່ ເມືອງ 1 ໃນ 10 ຕົວເມືອງ ໃນຂົງເຂດນີ້. ຕາມຣາຽງານ ຂອງຫ້ອງວ່າການ ນະຄອນຫລວງ ວຽງຈັນ ເມື່ອມໍ່ໆມານີ້.
ການຄັດເລືອກ ຕົວເມືອງທີ່ວ່ານັ້ນ ໄດ້ເລີ່ມມາແຕ່ປີ 2008 ໂດຍມີຫົວຂໍ້ວ່າ “ ການຈັດລໍາດັບຕົວເມືອງ ແຫ່ງອະນາຄົດ ”. ໄດ້ມີການຄັດເລືອກ ເປັນກູ່ມ ຄື: ຄວາມສາມາດ ທາງເສຖກິດ ຊັພຍາກອນມະນຸດ ມູນຄ່າ ປະສິດທິຜົນ ຄຸນນະພາບ ຂອງການດໍາລົງຊີວິດ ແລະ ຄວາມເປັນມິດ ໃນການລົງທຶນ.
ສາລັບ ນະຄອນຫຼວງ ວຽງຈັນ ແມ່ນຢູ່ໃນອັນດັບ ທີ 6 ໃນ 10 ຕົວເມືອງ ທີ່ມີຄວາມສາມາດ ທາງມູນຄ່າ ປະສິດທິຜົນ ເນື່ອງຈາກວ່າ ເປັນຕົວເມືອງທີ່ມີ ການລົງທຶນຕໍ່າ ແຕ່ມີ ປະສິດທິຜົນສູງ ຊຶ່ງວັດແທກ ຈາກເງື່ອນໄຂຫລາຍຢ່າງ ຄື: ຈາກການຈົດທະບຽນ ມູນຄ່າຊັພສິນ ມູນຄ່າທີ່ກ່ຽວຂ້ອງ ກັບການກໍ່ສ້າງ ກໍາໄລ ຈາກພາສີ ຄ່າໂຮງແຮມ ອັດຕຣາຄ່າແຮງງານ ຕໍ່າສຸດ ຄ່າເຊົ່າຫ້ອງການ ສໍານັກງານ ຄ່າເຊົ່າເຂດ ອຸດສາຫະກັມ ແລະ ຄວາມສາມາດ ຂອງແຮງງານ ໃນສັງຄົມນໍາດ້ວຍ.