ເຂດໜອງປີງຄືຈຸດຕໍ່ໄປ ຂອງຈີນ
2013.01.02
ທາງການລາວ ອະນຸຍາດ ໃຫ້ບໍຣິສັດຈີນ ສຶກສາສຳຣວດ ຄວາມເປັນໄປໄດ້ ໃນໂຄງການ ພັທນາໜອງປີງ ຫລື ຄຸ້ມເມືອງໃໝ່ ໜອງປີງ ຢູ່ເມືອງ ສີໂຄດຕະບອງ ນະຄອນຫລວງ ວຽງຈັນ ຊຶ່ງຈະຄ້າຍຄຽງ ກັບໂຄງການ ບຶງທາດຫລວງ.
ເມື່ອສັປດາ ທີ່ແລ້ວ ທ່ານ ວິໄຊ ຊາວັນນາ ຫົວໜ້າ ຜແນກແຜນການ ແລະ ການລົງທຶນ ນະຄອນຫລວງ ວຽງຈັນ ໄດ້ເຊັນບົດ ບັນທຶກ ຄວາມເຂົ້າໃຈ ກັບ ທ່ານ ຊູຈຸ່ນ ປະທານ ບໍຣິສັດ ໂຫ້ເຕີ ສິບສອງພັນນາ ຂອງຈີນ. ໃນບົດບັນທຶກ ດັ່ງກ່າວ ບໍຣິສັດ ໂຫ້ເຕີ ຈະສຶກສາ ສຳຣວດ ຄວາມເປັນໄປໄດ້ ໃນການ ສັມປະທານ ທີ່ດິນ 150 ເຮັກຕາຣ໌ ຢູ່ບໍຣິເວນ ໜອງປີງ ໃນເຂດເມືອງ ສີໂຄດຕະບອງ ເພື່ອສ້າງເປັນ ເມືອງໃໝ່ ທີ່ທັນສມັຍ ຊຶ່ງຈະມີທັງ ຖນົນຫົນທາງ ແລະ ຕຶກອາຄານ ໃຫຍ່ໆສູງໆ.
ເຈົ້າໜ້າທີ່ຂັ້ນສູງ ຂອງ ນະຄອນຫລວງ ວຽງຈັນ ທ່ານນຶ່ງ ອະທິບາຍວ່າ ພື້ນທີ່ ພັທນາ ດັ່ງກ່າວ ເປັນສ່ວນນຶ່ງ ຂອງພື້ນທີ່ ທັງໝົດ 1,800 ເຮັກຕາຣ໌ ທີ່ທາງການ ນະຄອນຫລວງ ໄດ້ຈັດໄວ້ ເພື່ອໂຄງການ ພັທນາຕ່າງໆ. ທ່ານກ່າວວ່າ:
"1,800 ເຮັກຕາຣ໌ ທັງໝົດນ໋າ ແຕ່ວ່າເຂົາ ກໍຈັດເປັນຕອນ ເປັນຕອນ ອອກໄປ ຕອນພັທນາ ແລ້ວແຕ່ຜູ້ທີ່ ສຳປະທານ ຈຸດໃດ ຈຸດໃດ."
ໜັງສືພິມ ຂ່າວສານ ປະເທດລາວ ແຈ້ງວ່າ ທາງການລາວ ອະນຸຍາດ ໃຫ້ຈີນ ສຶກສາສຳຣວດ ພື້ນທີ່ດິນ ຕອນນີ້ ກໍເພື່ອເສີມສ້າງ ຄວາມສຳພັນ ຣະຫວ່າງ ລາວແລະຈີນ ໃຫ້ແໜ້ນແຟ້ນ ຍິ່ງຂື້ນ. ແຕ່ສື່ ທາງການລາວ ບໍ່ໄດ້ໃຫ້ ຣາຍຣະອຽດ ວ່າໂຄງການ ເມືອງໃໝ່ໜອງປີງ ຈະຄືກັບເຂດ ເສຖກິດ ພິເສດ ບຶງທາດຫລວງ ຫຼື ແນວໃດ ເມື່ອສ້າງແລ້ວ ຈະມີຄົນຈີນ ມາອາສັຍຢູ່ ຫລາຍພັນຄົນ ຄືກັບ ບຶງທາດຫລວງ ຫຼືບໍ່ ແລະ ຖ້າສຶກສາ ເຫັນວ່າ ເໝາະສົມ ສຳຣັບ ການກໍ່ສ້າງ ບໍຣິສັດຈີນ ຈະລົງທຶນ ເທົ່າໃດ ເພື່ອກໍ່ສ້າງ.
ແຕ່ສິ່ງທີ່ ແຕກຕ່າງກັນ ທີ່ພໍສັງເກດໄດ້ ກໍຄື ໂຄງການ ໜອງປີງ ຈະນ້ອຍກວ່າ ບຶງທາດຫລວງ ເກືອບເຄິ່ງນຶ່ງ. ບຶງທາດຫລວງ ກວ້າງ 365 ເຮັກຕາຣ໌ ປັດຈຸບັນ ບໍຣິສັດ ຈາກ ນະຄອນຊຽງໄຮ້ ກຳລັງ ລົງມືສ້າງ ແລະ ຈະໃຊ້ເງິນ ເຖິງ 1.6 ຕື້ ດອນລ້າ ສະຫະຣັຖ ເພື່ອສ້າງ ຈະໃຊ້ເວລາ ສ້າງ ຣະຫວ່າງ 15 ປີ ຫາ 20 ປີ ຈຶ່ງສຳເຣັດ.