ຂ.ວຽງຈັນຈະສ້າງເຂື່ອນນ້ອຍ

ແຂວງວຽງຈັນ ມີແຜນການ ສ້າງເຂື່ອນ ພລັງນໍ້າ ຜລິດໄຟຟ້າ ຂນາດນ້ອຍ ເພື່ອສນອງ ຄວາມຕ້ອງການ ພາຍໃນແຂວງ.
ສິດນີ
2013.01.03
F-namxong ສາຍນໍ້າຊອງ ຢູ່ເມືອງວັງວຽງ ກາຍເປັນສີ ທີ່ບໍ່ທັມມະຊາດ
RFA

ເຈົ້າຫນ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ເວົ້າວ່າ ທາງການແຂວງ ມີແຜນການ ຈະສ້າງ ເຂື່ອນ ຂນາດນ້ອຍ ທີ່ມີກຳລັງ ຜລິດໄຟຟ້າ ປະມານ 15 ເມກາວັດ ທີ່ເມືອງກາສີ ເພື່ອແກ້ໄຂ ບັນຫາ ການ ຂາດແຄນ ໄຟຟ້າ ພາຍໃນແຂວງ. ທ່ານກ່າວວ່າ:

"ເອີພລັງງານໄຟຟ້າ ແບບເຂື່ອນ ຂາດນ້ອຍ ພລັງງານແບບ ພລັງງານນ້ຳໄຫລ ນີ້ຫນ່າ ກຳລັງ ຢູ່ໃນການ ສຶກສາ ກຳລັງ ຢູ່ໃນ MOU ຢູ່".

ທ່ານກ່າວ ຕໍ່ໄປວ່າ ເຂື່ອນດັ່ງກ່າວ ຈະສ້າງໃສ່ເທີງ ນ້ຳເຟືອງ ເຂດຫນອງສານ ຖ້ຳເທີບ ເມືອງກາສີ. ເມື່ອວັນທີ 28 ທັນວາ ຜ່ານມາ ທາງການແຂວງ ໄດ້ເຊັນ MOU ກັບ ບໍຣິສັດ AMZ ຂອງ ຍີ່ປຸ່ນ ເພື່ອໃຫ້ທຳການ ສຶກສາ ສຳຣວດ ສະພາບ ຄວາມເປັນຈິງ ໃນຣະຍະ 18 ເດືອນ ຖ້າຫາກ ພົບວ່າມີ ຄວາມ ເປັນໄປໄດ້ ເຂື່ອນ ດັ່ງກ່າວ ກໍຈະຖືກສ້າງ ແລະ ຈະເປັນນື່ງ ໃນຈໍານວນ ເຂື່ອນ ຂນາດນ້ອຍ ໃນແຂວງ ວຽງຈັນ ໃນໂຄງການ ສ້າງເຂື່ອນ ພາຍໃນແຂວງ ເພື່ອ ຕອບສນອງ ຄວາມຕ້ອງການ ພລັງງານ ໄຟຟ້າ ໃນອະນາຄົດ.

ປັດຈຸບັນ ແຂວງວຽງຈັນ ມີເຂື່ອນ ຂນາດນ້ອຍ ທີ່ກຳລັງ ດຳເນີນ ການກໍ່ສ້າງ ຢູ່ 2 ເຂື່ອນ ເຂື່ອນທຳອິດ ທິີ່ເລີ້ມ ກໍ່ສ້າງໃນປີ 2012 ນັ້ນ ແມ່ນເຂື່ອນ ນ້ຳສະມອຍ ແລະ ເຂືຶ່ອນທີສອງ ແມ່ນເຂື່ອນ ນ້ຳຊອງ ທັງສອງເຂື່ອນ ມີກຳລັງ ຜລິດ ປະມານ 5 ເມກາວັດ ແລະ ທັງສອງເຂື່ອນ ມີແຜນການ ຈະສ້າງໃຫ້ແລ້ວ ພາຍໃນ ປີ 2015.

ກ່ຽວກັບ ຜົລກະທົບ ຕໍ່ສິ່ງແວດລ້ອມ ຈາກການສ້າງ ເຂື່ອນ ດັ່ງກ່າວ ເຈົ້າຫນ້າທີ່ ບໍ່ໄດ້ໃຫ້ ຣາຍຣະອຽດ ເພີ້ມເຕີມ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.