ການພັທນາບຶງທາຕຫຼວງ ເປັນບັນຫາໃຫ້ຊາວບ້ານ

ຊາວບ້ານ ເຂດບຶງ ທາຕຫລວງ ວຽງຈັນ ຈໍານວນນຶ່ງ ຮຽກຮ້ອງ ຄ່າຊົດເຊີຍ ທີ່ດິນ ໃນຣາຄາສູງ ເພາະບໍ່ຢາກ ຍ້າຍອອກ ແຕ່ກໍມີ ຫຼາຍຄອບຄົວ ຍິນຍອມ ເຮັດຕາມ ຄໍາສັ່ງ ເພາະບໍ່ຢາກ ມີບັນຫາ ກັບ ທາງການ.
ມະນີຈັນ
2012.12.31
F-Thatluang-Mars ເຂດພື້ນທີ່ບຶງທາດຫຼວງ ທີ່ຖືກສັມປະທານ ໃນຈີນແລ້ວແລະຈະ ສ້າງເປັນເມືອງໃໝ່
RFA

ໂຄງການ ພັທນາ ບຶງທາດຫລວງ ໃຫ້ເປັນເຂດ ເສຖກິດ ແຫ່ງໃໝ່ ໃນ ນະຄອນຫລວງ ວຽງຈັນ ທີ່ ບໍຣິສັດ ຈີນ ໄດ້ຮັບ ສັມປະທານ ລົງທຶນ ເພື່ອແລກປ່ຽນ ການຊ່ວຍເຫລືອ ທີ່ບໍຣິສັດຈີນ ໄດ້ລົງທຶນ ສ້າງສນາມກິລາ ແຫ່ງໃໝ່ໃຫ້ ທາງການລາວ. ສໍາລັບການໃຫ້ ຄ່າຊົດເຊີຍ ຊາວບ້ານ ໃນເຂດ ການພັທນານັ້ນ ຍັງບໍ່ທັນ ຮຽບຮ້ອຍເທື່ອ. ຕາມຄໍາເວົ້າ ຂອງຊາວບ້ານ ໃນເຂດໃກ້ຄຽງ:

"ບຶງທາດຫລວງ ຍັງປະມານ 1% ຫາ 2% ຍັງບໍ່ທັນໄດ້ ຊົດເຊີຍ ຂະເຈົ້າ ຈະຮຽກຮ້ອງ ຄ່າຕອບແທນ ສູງເກີນໄປ ກໍຊົດເຊີຍ ເສັດຢູ່ ແຕ່ວ່າເພິ່ນ ບໍ່ຍອມຮັບເອົາ ຢາກໄດ້ ຊົດເຊີຍສູງ".

ຊາວບ້ານ ທີ່ມີບັນຫາ ເຣື່ອງຄ່າຊົດເຊີຍ ນັ້ນ ຢູ່ ບໍຣິເວນ ເສັ້ນທາງ 450 ປີ ແລະວ່າ ບັນຫານັ້ນ ເບິ່ງໄດ້ 2 ແງ່ມຸມ ຄື ຊາວບ້ານ ຄິດວ່າຕົນເອງ ເສັຽປຽບ ເລີຍຮຽກຮ້ອງ ຂໍຄວາມເປັນທັມ ຈາກຣັຖບານ. ອີກມຸມນຶ່ງ ຊາວບ້ານ ກໍອາດບໍ່ ເຂົ້າໃຈ ຍ້ອນບໍ່ໄດ້ ຮັບຂໍ້ມູນ ຫລືວ່າຂໍ້ມູນ ອາດບໍ່ທົ່ວເຖິງ ເຮັດໃຫ້ເກີດ ບັນຫາ ນັ້ນຂຶ້ນ.

ມີຊາວບ້ານ ອີກຜູ້ນຶ່ງ ກໍວ່າການຮັບ ຄ່າຊົດເຊີຍ ແມ່ນຂຶ້ນຢູ່ກັບ ຄວາມພໍໃຈ ຂອງຊາວບ້ານ ຜູ້ທີ່ບໍ່ຢາກ ຍ້າຍອອກ ກໍຮຽກ ຄ່າຊົດເຊີຍສູງ:

"ພວກຕອບແທນ ໄປແລ້ວກໍມີ ພວກບໍ່ທັນ ຕອບແທນ ກໍມີຢູ່ ກໍຕອບແທນ ໄປສ່ວນຫລາຍ ແຕ່ວ່າບາງຄົນ ກໍຢາກໄດ້ ຣາຄາສູງໆ ແລະ ບາງຄົນ ກໍບໍ່ຢາກລໍ່າໄລ ແລ້ວເອົາເທົ່ານີ້ ກໍຍ້າຍແລ້ວ ຢູ່ບຶງທາດຫລວງ ຫັ້ນ".

ຣັຖບານລາວ ໃຫ້ ບໍຣິສັດ ຈີນ ສັມປະທານ ເຊົ່າທີ່ດິນ ຢູ່ເຂດ ບຶງທາດຫລວງ ໃນເວລາ 50 ປີ ເພື່ອໃຊ້ເປັນ ສະຖານທີ່ ກໍ່ສ້າງອາຄານ ທີ່ຢູ່ອາສັຍ ແລະ ສູນບໍຣິການ ທາງທຸຣະກິດ ການຄ້າ ການລົງທຶນ ພ້ອມດ້ວຍ ສິ່ງອໍານວຍ ຄວາມສະດວກ ຕ່າງໆ ຢ່າງຄົບວົງຈອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.