ໂຮງແຮມດອກຈໍາປາ ປິດກາຊີໂນຊົ່ວຄາວ

ໂຮງແຮມ ດອກຈໍາປາ ແຂວງ ວຽງຈັນ ປິດບ່ອນຫລິ້ນ ກາຊີໂນ ຊົ່ວຄາວ ບອກວ່າ ຈະລໍຖ້າ ເປີດຢ່າງເປັນ ທາງການ ໃນທ້າຍປີນີ້.
ໂພໄຊສວັດ
2012.10.02

ໂຮງແຮມ ດອກຈໍາປາ ຢູ່ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ເປີດໃຫ້ຫລິ້ນ ການພະນັນ ມາແຕ່ຕົ້ນ ເດືອນ ກັນຍາ ແຕ່ໄດ້ປິດ ບ່ອນຫລິ້ນ ກາຊີໂນ ໄວ້ຊົ່ວຄາວ ໃນວັນທີ 2 ຕຸລາ 2012 ເພື່ອລໍຖ້າ ມື້ເປີດຢ່າງເປັນ ທາງການ ຊຶ່ງຄາດວ່າຈະເປີດ ໃນທ້າຍປີນີ້. ຊາວລາວຜູ້ນຶ່ງ ເວົ້າວ່າ:

"ຂ້ອຍຖາມ ພະນັກງານ ຫັ້ນແລ້ວ ວ່າຊິເປີດຢູ່ ແຕ່ບໍ່ທັນໄດ້ເປີດ ມັນວ່ານ໋າ ເປີດທົດລອງຊື່ໆ ມັນວ່ານ໋າ ໜ່າຊິສິ້ນທ້າຍປີ ນີ້ແຫລ໋ະ ຈຶ່ງຈະໄດ້ເປີດ ມັນເປີດ ເປັນໂຮງແຮມ ບ່ອນດຽວກ່ອນ ມັນວ່ານ໋າ".

ລາວເວົ້າຕໍ່ວ່າ ຕອນເປີດທົດລອງ ໃຫ້ຫລິ້ນໃໝ່ໆ ມີນັກການພະນັນ ມາຫລິ້ນ ຫລາຍ ພໍສົມຄວນ ແຕ່ປັດຈຸບັນ ເຫັນແຕ່ ນັກທ່ອງທ່ຽວ ຈາກຕ່າງປະເທດ ທີ່ເຂົ້າມາ ພັກຜ່ອນ ໃຊ້ໂຮງແຮມ ແຕ່ລາວເອງຄິດວ່າ ເມື່ອກາຊີໂນ ເປີດໃຫ້ຫລິ້ນ ຢ່າງເປັນທາງການ ຄົງຈະມີ ນັກການພະນັນ ເຂົ້າມາຫລິ້ນ ຫລວງຫລາຍ ຢ່າງແນ່ນອນ.

ໂຮງແຮມ ດອກຈໍາປາ ຢູ່ເມືອງ ຫາດຊາຍຟອງ ບໍຣິຫານ ໂດຍນັກທຸຣະກິຈ ຕ່າງຊາດ ມີເປົ້າໝາຍ ດຶງເອົາ ນັກຫລິ້ນ ການພະນັນ ຈາກຕ່າງປະເທດ ເທົ່ານັ້ນ ຍ້ອນວ່າທາງ ໂຮງແຮມ ກາຊີໂນ ມີຣະບຽບ ເຂັ່ງຄັດ ຫ້າມຄົນລາວໄປຫລິ້ນ ການພະນັນ ຢ່າງເດັດຂາດ.

ເຖິງຢ່າງໃດ ກໍຕາມ ຊາວບ້ານ ທີ່ອາສັຍ ຢູ່ໃນບໍຣິເວນ ໃກ້ຄຽງ ຢ້ານວ່າຫາກ ກາຊີໂນ ເປີດເຕັມທີ່ແລ້ວ ອາດຈະສ້າງ ຄວາມບໍ່ສງົບ ໃນຫລາຍໆດ້ານ ໃຫ້ແກ່ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.