ພໍ່ຄ້າແມ່ຄ້າຕລາດເຊົ້າ ປະທ້ວງ
2012.09.22

ໃນຕອນເຊົ້າ ຂອງວັນທີ 21 ກັນຍາ ເວລາ 10 ໂມງກາງເວັນ ເວລາທ້ອງຖີ່ນ ໃນລາວ ໄດ້ເກີດການ ປະທ້ວງ ຈາກກຸ່ມ ພໍ່ຄ້າແມ່ຄ້າ ໃນຕລາດເຊົ້າ ຫລັງເກົ່າ ນະຄອນຫລວງ ວຽງຈັນ ຫລາຍຮ້ອຍຄົນ ເພື່ອຮຽກຮ້ອງ ບໍ່ໃຫ້ມີການ ທຸບມ້າງ ຕຶກຫລັງເກົ່າ ບ່ອນທີ່ຂະເຈົ້າຄ້າຂາຍ.
ພາຍຫລັງທີ່ ທາງການ ປະກາດວ່າ ຈະມີການຕັດນ້ຳ ຕັດໄຟ ເພື່ອຮື້ຖອນ ຕຶກອາຄານ ດັ່ງກ່າວ ເພື່ອສ້າງ ຕຶກໃຫມ່ແທນ ກຸ່ມພໍ່ຄ້າແມ່ຄ້າ ຫລາຍຮ້ອຍຄົນ ໄດ້ພາກັນປະທ້ວງ ດ້ວຍ ການມອບຫມາຍ ໃຫ້ມີການເຝົ້າຍາມ ຫມໍ້ຈ່າຍໄຟຟ້າ ແລະ ປ້ຳນ້ຳປະປາ ເພື່ອບໍ່ໃຫ້ ມີການທຸບມ້າງ ແລະ ຮື້ຖອນຕຶກອາຄານ ດັ່ງກ່າວ ຈາກທາງການ ດ້ວຍການປິດນ້ຳ ປິດໄຟ ໃນຍາມກາງຄືນ.
ໃນເວລາດຽວກັນ ກຸ່ມພໍ່ຄ້າແມ່ຄ້າ ກໍຍັງໄດ້ລວມ ໂຕກັນ ໄປປະທ້ວງ ທີ່ອາຄານຕລາດ ເຊົ້າຫລັງທີສອງ ທີ່ຫາກໍປຸກແລ້ວ ໃຫມ່ອີກ ເພື່ອຮຽກຮ້ອງ ຂໍຄວາມເປັນທັມ ຈາກທາງການ ແລະ ນັກລົງທືນ ສ້າງຕລາດເຊົ້າ. ຕໍ່ມາໃນເວລາ 11 ໂມງ 30 ນາທີ ຕອນກາງເວັນ ສະຫາຍ ດຣ. ອານຸພາບ ຕຸດາລົມ ຮອງເຈົ້າຄອງ ກຳແພງ ນະຄອນຫລວງ ວຽງຈັນ ພ້ອມກັບສັດຕຣີ ອາວຸໂສ ທ່ານນື່ງ ແຕ່ບໍ່ຮູ້ຊື່ ຊຶ່ງເປັນຜູ້ຕ່າງຫນ້່າ ທາງການ ໄດ້ເຂົ້າມາ ເຈຣະຈາ ກັບກຸ່ມ ພໍ່ຄ້າແມ່ຄ້າ ເພື່ອໃຫ້ຢຸດການ ປະທ້ວງ ໂດຍອ້າງເຫດຜົລ ຄວາມສງົບ ກ່ອນຈະຮອດ ກອງປະຊຸມ ເອເຊັຽ-ຢູໂຣບ ທີ່ລາວຈະເປັນ ເຈົ້າພາບ ຈັດຂື້ນ ໃນໂອກາດ ອັນໃກ້ໆນີ້. ແຕ່ກຸ່ມ ພໍ່ຄ້າແມ່ຄ້າ ຍັງບໍ່ມີທ່າທີວ່າ ຈະຢຸດການປະທ້ວງ ເລີຍ ພວກຂະເຈົ້າຍັງຈະຕໍ່ສູ້ ຕໍ່ໄປ ຈົນກວ່າຈະສຳເຣັດ.
ເຖິງຢ່າງໃດ ກໍຕາມ ພາຍຫລັງທີ່ໄດ້ ໂອ້ລົມກັນ ເປັນເວລານື່ງ ຊົ່ວໂມງ ພວກພໍ່ຄ້າ ແມ່ຄ້າ ກໍເຫັນດີ ຮັບເອົາຂໍ້ສເນີ ຂອງທາງການ ທີ່ວ່າ ໃຫ້ຢຸດການ ປະທ້ວງ ໃນອາຄານ ຕລາດເຊົ້າ ຫລັງທີສອງ ເສັຽກ່ອນ ແລ້ວໄປ ເຈຣະຈາກັນ ຢູ່ໃນຫ້ອງປະຊຸມ ຂອງສູນກາງ ແນວລາວສ້າງຊາດ. ຈາກນັ້ນ ການປະທ້ວງ ກໍໄດ້ຍຸຕິລົງ ໂດຍປາສຈາກ ເຫດຮ້າຍໃດໆ.
ພໍ່ຄ້າຄົນນື່ງໄດ້ ກ່າວຕໍ່ ເອເຊັຽເສຣີ ວ່າສາເຫດ ທີ່ເຮັດໃຫ້ ເກີດການປະທ້ວງ ຍ້ອນວ່າ ຄຳສັ່ງ ຮື້ຖອນ ຈາກທາງການ ຕາມການສເນີ ຂອງທ້າວ ກູ ຜູ້ທີ່ເປັນ ໂຕແທນ ຂອງ ນັກທຸຣະກິດ ສິງກະໂປ ທີ່ໄດ້ ຮັບສຳປະທານ ກິຈການຕລາດເຊົ້າ ແຫ່ງນັ້ນ.
ປັດຈຸບັນ ຍັງບໍ່ຮູ້ ລາຍລະອຽດ ເທື່ອວ່າ ບັນຫາດັ່ງກ່າວ ຈະຖືກແກ້ໄຂ ຢ່າງໃດ ເພື່ອໃຫ້ ເປັນທີ່ພໍໃຈ ຂອງສອງກ້ຳ ສອງຝ່າຍ.