ກິຈການສວນຢາງພາຣາ ຝືດເຄືອງ

ຣາຄາຢາງ ຕົກຕໍ່າ ໃນປະເທດຈີນ ສົ່ງຜົນ ກະທົບຕໍ່ ຜູ້ປູກ ຢາງພາຣາ ຢູ່ແຂວງ ຫລວງນໍ້າທາ.
ໂພໄຊສວັດ
2012.09.07
F-rubber-plantation-LP ພື້ນທີ່ໂຄງການ ປູກຢາງພາຣາ ນໍ້າຫາ ເຂດປ່າສງວນ ແຫ່ງຊາຕ ແຂວງຫລວງນໍ້າທາ
LNTA-UNESCO Nam Ha Ecotourism Project

ໃນຣະຫວ່າງເດືອນ ກໍຣະກະດາ ແລະ ສິງຫາ 2012 ຊາວກະສິກອນ ທີ່ປູກຢາງພາຣາ ໃນແຂວງຫລວງນໍ້າທາ ໄດ້ຮັບຜົນກະທົບ ຢ່າງຫລວງຫລາຍ ຍ້ອນຣາຄາ ຢາງພາຣາ ຕົກຕໍ່າ. ເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະການຄ້າ ແຂວງຫລວງນໍ້າທາ ເວົ້າວ່າ:

"ໂອ໋ຢູ່ຫລວງນໍ້າທາ ນີ້ 6.5 ຢວນເນ໋າະ ຕໍກິໂລ ປະຊາຊົນ ຂາຍໄດ້ນ໋ະ ຍ້ອນຣາຄາຢາງພາຣາ ລົງ ກະອີງໃສ່ຕລາດ ຂະເຈົ້າວ່າແນວນັ້ນເດ໋".

ທ່ານເວົ້າຕໍ່ໄປວ່າ ຕາກປົກກະຕິ ຕລາດຢາງພາຣາ ຢູ່ຫລວງນໍ້າທາ ແມ່ນພໍ່ຄ້າຈີນມາຊື້ ຣາຄາ ຕົກຕໍ່າລົງຫລາຍ ຢູ່ປະມານ 6.5 ຢວນ ຊຶ່ງແຕ່ກ່ອນແມ່ນ ສາມາດຂາຍໄດ້ ໃນຣາຄາ 10 ຢວນ ຕໍ່ກິໂລກຣັມ. ປັດຈຸບັນພໍ່ຄ້າຊາວຈີນ ທີ່ມາຮັບຊື້ ອ້າງວ່າ ຕ້ອງໄດ້ຕີຣາຄາໃສ່ ຣະດັບ ຂອງຕລາດໂລກ ຊຶ່ງສ້າງຄວາມເດືອດຮ້ອນ ໃຫ້ຊາວກະສິກອນ ສວນຢາງພາຣາ ຍ້ອນເສັຍ ຣາຍຮັບໄປເກືອບເຄິ່ງນຶ່ງ.

ເພື່ອແກ້ໄບບັນຫາ ເຈົ້າໜ້າທີ່ ຜູ້ເກົ່າເວົ້າວ່າ ໄດ້ຈັດກອງປະຊຸມ ເພື່ອຫາທາງ ຊ່ວຍເຫລືອແລ້ວ ນອກຈາກນັ້ນກໍໄດ້ ປຶກສາຫາລືກັບ ພໍ່ຄ້າຊາວຈີນ ທີ່ມາຊື້ ແລະ ສົ່ງເສີມຊາວກະສິກອນ ສວນຢາງພາຣາ ດ້ານວິຊາການ ແລະ ການຜລິດໃຫ້ ມີປະສິດທິພາບ ແລະ ໃຫ້ຢາງພາຣາ ມີຄຸນນະພາບ ເພີ້ມຕື່ມ ແຕ່ທ່ານໄດ້ ເວົ້າສົ່ງທ້າຍວ່າ ການແກ້ໄຂບັນຫາ ເປັນພຽງແຜນການ ລະຍະຍາວ ໃນລະຍະສັ້ນ ຍັງແກ້ໄຂຫຍັງ ບໍ່ທັນໄດ້ເທື່ອ ແຕ່ກໍເຊື່ອວ່າແຜນການ ທີ່ກ່າວມານັ້ນ ຈະໄດ້ຜົນຢ່າງ ແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.