ຍັງມີອີກ 20 ໂຄງການໃຫຍ່ ຣະຫວ່າງລາວ-ຈີນ

ເຈົ້າໜ້າທີ່ ຣະດັບສູງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເວົ້າວ່າ ມີ 20 ໂຄງການ ຮ່ວມມື ດ້ານໂຄງຮ່າງ ພື້ນຖານ ທີ່ ສປປລ ແລະ ຈີນ ຈະຕ້ອງຈັດຕັ້ງ ປະຕິບັດ ພາຍໃນ 3 ປີ ຂ້າງໜ້າ
ສົມເນ
2012.12.28

ເຈົ້າໜ້າທີ່ ຣະດັບສູງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ່ຂໍສງວນຊື່ ໄດ້ກ່າວ ໃນວັນທີ່ 28 ທັນວາ 2012 ນີ້ວ່າ ນອກຈາກໂຄງການ ຮ່ວມມື ຂນາດນ້ອຍ ແລ້ວ ຍັງມີໂຄງການ ໂຄງຮ່າງພື້ນຖານ ຂນາດໃຫ່ຽອີກ 20 ໂຄງການ ຊຶ່ງ ລາວຈີນ ໄດ້ລົງນາມກັນ ແລະ ຈະຕ້ອງ ຈັດຕັ້ງ ປະຕິບັດ ແຕ່ນີ້ໄປ ຮອດປີ  2015. ບັນຫາ ມີຢູ່ວ່າ ຈະປະຕິບັດ ໄດ້ເທົ່າໃດ. ດັ່ງທ່ານເວົ້າວ່າ:

"ໂຄງການ infrastructure  ຮ່ວມມື ລາວ-ຈີນ 20 ໂຄງການ ເປັນໂຄງການ ທີ່ໃຫ່ຽທີ່ສຸດ ມີແຕ່ 80 ລ້ານ 90 ລ້ານ ຂື້ນເມືອແຫລະ ໃນ 20 ໂຄງການນີ້ ຊີ່ປະຕິບັດ ແຕ່ນີ້ໄປ ຮອດປີ 2015 ວ່າຈະໄດ້ ຈັກໂຄງການ  ຊີ່ປະຕິບັດ ໄດ້ເທົ່າໃດ ຍັງບໍ່ທັນຮູ້ ແຕ່ວ່າ ຮັບກັນແລ້ວ 20 ໂຄງການ".

ໃນຈໍານວນ 20 ໂຄງການ ຂນາດໃຫ່ຽ ຮ່ວມທັງ ໂຄງການພັທນາ ເດີ່ນຍົນສາກົນ ແຂວງສວັນະເຂດ ຊື່ງບໍ່ທັນລົງມື ເທື່ອ:

"ເດີ່ນຍົນສວັນນະເຂດ ກ່າບໍ່ທັນໄດ້ເລີ້ມ ແຕ່ເພິ່ນໄດ້ເຊັນ ໄດ້ເວົ້າ ກັບຈີນ ແລ້ວ ເອົາເຂົ້າໃນບັນຊີ ຮ່ວມມື ລາວ-ຈີນ ແລ້ວ".

ທ່ານວ່າ ຫລາຍໂຄງການ ຍັງບໍ່ທັນ ຕົກມາຮອດ ກະຊວງໂຍທາ ເທື່ອ ຍັງຢູ່ໃນຂັ້ນ ຕອນວ່າ ເອົາໂຄງການໃດ ເຂົ້າກ່ອນ. ສໍາລັບໂຄງການ ສ້າງເດີ່ນຍົນ ສວນັະເຂດ ກັບໂຄງການ ສ້າງລາງ ຣົດໄຟ ສວັນນະເຂດ ໄປຫາ ລາວບາວ ນັ້ນ ທ່ານວ່າ ມັນກໍຄາດ ບໍ່ຖືກວ່າຈະ ເອົາຄົນງານ ລາວເທົ່າໃດ ເພາະເປັນວຽກງານ ຂອງ ພາກສ່ວນນື່ງ ອີກຕ່າງຫາກ ແຕ່ໃນສ່ວນ ຮັບຜິດຊອບ ຂອງ ກະຊວງໂຍທາ ນັ້ນທ່ານວ່າ ມີແຜນຈະ ເຈຣະຈາ ໃຫ້ບໍຣິສັດ ພັທນາ ຝືກແອບ ຄົນງານລາວ ຈໍານວນ ທີ່ຈໍາເປັນ ໂດຍສະເພາະ ພະນັກງານ ຄຸ້ມຄອງ ວຽກງານຕໍ່ໄປ ຫລັງຈາກ ສ້າງສໍາເຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.