ໂຮງງານຢາງພາລາ ຂ.ອຸດົມໄຊ

ເຈົ້າໜ້າທີ່ ຜແນກ ແຜນການ ແລະ ການລົງທຶນ ແຂວງ ອຸດົມໄຊ ເປີດເຜີຍ ວ່າໄດ້ ອະນຸຍາດ ໃຫ້ ນັກລົງທຶນ ຈາກຈີນ ເປີດໂຮງງານ ປຸງແຕ່ງ ຢາງພາລາ ເພື່ອຫວັງຊ່ວຍ ຊຸກຍູ້ ເສຖກິດ.

0:00 / 0:00

ທາງການ ແຂວງ ອຸດົມໄຊ ໄດ້ເປີດເຜີຍ ໃນວັນທີ 20 ພຶສຈິກາ 2012 ນີ້ວ່າ:

"ເປັນໂຮງງານ ຂອງ ບໍຣິສັດ ຈິງອູ ຢາງພາລາ ເປີດຢ່າງເປັນ ທາງການ ເປັນການລົງທຶນ ຂອງຈີນ ເປັນດິນສວນກ້າ ແນວພັນ ຂອງບໍຣິສັດ ປ່ຽນມາເປັນ ໂຮງງານ".

ໂຮງງານ ແຫ່ງນີ້ ຕັ້ງຢູ່ບ້ານ ກໍນ້ອຍ ເມືອງໄຊ ໂດຍແມ່ນ ບໍຣິສັດ ອຸດສາຫະກັມ ປາວລົງຕັງ ຂອງຈີນ ເປັນຜູ້ລົງທຶນ ກໍ່ສ້າງໃນທ້າຍ ປີ 2011 ເປັນມູນຄ່າ 5 ລ້ານ ໂດລາ, ສ້າງໃນພື້ນທີ່ ປູກຢາງພາລາ ທີ່ໄດ້ເຮັດມາ ຕັ້ງແຕ່ປີ 2005.

ເຈົ້າໜ້າທີ່ ເວົ້າຕື່ມອີກວ່າ ໂຮງງານນີ້ ຈະຊ່ວຍສ້າງ ຣາຍຮັບໃຫ້ແຂວງ ໃຫ້ປະຊາຊົນ ຍ້ອນຈະມີການ ຮັບເອົາ ແຮງງານລາວ ເຂົ້າເຮັດວຽກ. ຢ່າງໃດກໍດີ ທ່ານກໍວ່າ ສິ່ງທີ່ໜ້າ ເປັນຫ່ວງ ຄືບັນຫາ ສະພາບແວດລ້ອມ ທີ່ຈະຕາມມາ ຍ້ອນວ່າ ບໍຣິສັດ ຜູ້ລົງທຶນ ບໍ່ໄດ້ເປີດເຜີຍ ຣາຍຣະອຽດ ໃດໆກ່ຽວກັບ ການຄວບຄຸມ ຜົນກະທົບ ຕໍ່ ສິ່ງແວດລ້ອມ.