ການຊ່ອຍເຫຼືອແມ່ຍິງ ຂອງຣັຖຍັງຂາດເຂີນ
2012.12.04
ແມ່ຍິງ ແຂວງຫລວງນໍ້າທາ ຜູ້ນຶ່ງ ກ່າວເຖິງ ນະໂຍບາຍ ຂອງຣັຖບານ ທີ່ເປີດກ້ວາງ ໃຫ້ແມ່ຍິງ ມີບົດບາດ ໃນສັງຄົມຫລາຍຂຶ້ນ ແລະ ຈະສນັບສນູນ ເຮັດວຽກ ແລະ ຝຶກວິຊາຊີບ ໃຫ້ຫລາຍກ່ວາ ແຕ່ກ່ອນ, ແຕ່ໃນສະພາບ ຄວາມເປັນຈິງແລ້ວ ໃນແຂວງຫລວງນໍ້າທາ ບໍ່ໄດ້ມີໂຄງການໃດ ໃຫ້ການຊອ່ຍເຫລືອ ໃນຈຸດນີ້ ແລະ ແມ່ຍິງ ກໍຍັງດໍາເນີນຊີວິດ ຢູ່ຄືເກົ່າ ບໍ່ມີການພັທນາ ແຕ່ຢ່າງໃດ:
“ມັນກໍບໍ່ມີໂຄງການແມ່ນຫຍັງ ໂດຍສະເພາະວ່າ ຊິຊ່ອຍເຫລືອ ແມ່ຍິງ ແລະ ເຮົາ ບໍ່ມີໂຄງການໃດ ທີ່ຈະໃຫ້ຊ່ອຍເຫລືອ ແມ່ຍິງ ເຮົາບໍ່ມີ ຢ່າງຫລວງນໍ້າທາ ລໍ່ມີບ່ອນໃດ ຊ່ອຍເຫລືອ.“
ນາງ ກ່າວຕື່ມວ່າ ສ່ວນຫລາຍແລ້ວ ແມ່ຍິງ ໃນເຂດຫ່າງໄກສອກຫລີກສ່ວນຫລາຍ ຈະມີຄວາມສາມາດ ໃນດ້ານ ການຫຍິບປັກຖັກຮ້ອຍ. ແຕ່ຫລາຍໆຄົນ ກໍຍັງ ບໍ່ສາມາມດເຮັດໃຫ້ ປານີບ ເທົ່າທີ່ຄວນ, ຈຶ່ງບໍ່ສາມາດ ທີ່ຈະເຮັດ ເພື່ອໃຫ້ເປັນສິນຄ້າ ສົ່ງອອກໄດ້ ຍ້ອນບໍ່ໄດ້ຮັບການສນັບສນູນ ຕາມນະໂຍບາຍ. ສະນັ້ນ ຈຶ່ງເຮັດໃຫ້ແມ່ຍິງເຫລົ່ານັ້ນ ຍັງຫວ່າງງານ ຢູ່ຫລາຍ ແລະ ບໍ່ມີອາຊີບຕິດຕົວ ເພື່ອສ້າງຣາຍໄດ້ ໃຫ້ແກ່ຕົວເອງ ແລະ ຄອບຄົວໄດ້.
ເຖິງແມ່ນວ່າ ແຂວງຫລວງນໍ້າທາ ຈະມີສະຫະພັນແມ່ຍິງ ເພື່ອໃຫ້ຄວາມຊ່ອຍເຫລືອ ແມ່ຍິງເຫລົ່ານັ້ນ ແຕ່ກໍບໍ່ສາມາດຊ່ອຍເຫລືອໄດ້ ຄົບຖ້ວນ ຍ້ອນສະພາບ ຄາມເປັນຢູ່ ແລະ ການບໍ່ໄດ້ຮັບຄວາມສົນໃຈ ຢ່າງພຽງພໍ ຈຶ່ງສົ່ງຜົລອອກມາ ເປັນດັ່ງທຸກມື້ນີ້. ສະນັ້ນ ແມ່ຍິງ ໃນເຂດສອກຫລີກຫ່າງໄກ ຍັງບໍ່ທັນໄດ້ ຮັບການພັທນາ ດ້ານວິຊາຊີບ ແລະ ໃນດ້ານສິດທິ ຄວາມເທົ່າທຽມກັນ ຢ່າງພຽງພໍ.