ນ້ຳປະປາເມືອງໄກສອນ ພົມວິຫານ

ຄຸນນະພາບ ຂອງນ້ຳປະປາ ທີ່ເມືອງໄກສອນ ພົມວິຫານ ຍັງຂຸ່ນ ທັ້ງໆທີ່ມີ ນັກລົງທືນ ຕ່າງປະເທດ ເຂົ້າມາລົງທືນ.
ສິດນີ
2012.08.08

ປະຊາຊົນ ທີ່ເມືອງໄກສອນ ພົມວິຫານ ແຂວງ ສວັນນະເຂດ ກ່າວວ່າ ໃນປັດຈຸບັນ ຄຸນນະພາບ ນ້ຳປະປາ ຂອງເມືອງ ຂຸ່ນຫລາຍ ປະຊາຊົນ ຕ້ອງໄດ້ຕົ້ມ ແລະ ຕອງກ່ອນຈະເອົາ ມາດື່ມກິນໄດ້ ທັ້ງໆທີ່ມີ ການລົງທືນ ຮ່ວມຈາກ ບໍຣິສັດ DKL ຂອງມາເລເຊັຽ ດັ່ງທ່ານກ່າວວ່າ:

"ຊ່ວງນີ້ກໍຍັງ ບໍ່ທັນມີ ຫຍັງດີນະ ຊ່ວງປັດຈຸບັນ ກໍຍັງຄືເກົ່າຢູ່ ມັນບໍ່ມີຫຍັງ ປ່ຽນແປງ ນ້ຳບາງເທື່ອ ກໍຢາກຂຸ່ນ ຊ່ວງຫນ້າຝົນນີ້ ຕ້ອງຕົ້ມ ຕ້ອງຂ້າເຊື້ອ ສັກເຈືອກ່ອນ".

ຊາວບ້ານທ່ານນີ້ ກ່າວຕໍ່ໄປວ່າ ໃນອານາຄົດ ບໍ່ຮູ້ວ່າ ຄຸນນະພາບ ຂອງນ້ຳປະປາ ຈະດີຂື້ນຫລືບໍ ລາວຢາກໃຫ້ ພາກສ່ວນກ່ຽວຂ້ອງ ເຂົ້າມາກວດກາ ເພີ້ມເຕີ່ມ ເພື່ອບໍ່ຢາກ ໃຫ້ ປະຊາຊົນ ໄດ້ຮັບຄວາມ ເດືອດຮ້ອນ ແລະວ່າ ກ່ອນຫນ້ານີ້ ມີຂ່າວວ່າ ບໍຣິສັດ DKL ຂອງມາເລເຊັຽ ມາຮ່ວມລົງທືນ ນຳໂດຍ ທີ່ປະຊາຊົນ ບໍ່ເຫັນພ້ອມ ດັ່ງປະຊາຊົນ ອີກຄົນນື່ງ ເວົ້າວ່າ:

"ຕາມເຮົາໄດ້ຍີນ ຖືວ່າຣະຍະນີ້ ພວກເຮົາໄດ້ ຍີນວ່າ ສຽງປະຊາຊົນ ຣະດັບທ້ອງຖີ່ນ ປະມານ 80 ຫລື 90 ເປີເຊນ ເປັນສຽງທີ່ ວ່າຄັດຄ້ານ ບໍ່ເຫັນດີ ທີ່ວ່າໃຫ້ຄົນອື່ນ ມາຖືຫຸ້ນ ມັນເປັນຫລັກ ເສຖກິດ ຂອງເຮົາໂດຍກົງ ໂຕນີ້".

ຊາວບ້ານຄົນນັ້ນ ກ່າວຕໍ່ໄປວ່າ ຣະບົບນ້ຳ ປະປາ ຢູ່ແຂວງ ສວັນນະເຂດ ໂດຍສະເພາະ ທີ່ເມືອງໄກສອນ ພົມວິຫານ ມັນເປີເປື້ອນ ມາດົນແລ້ວ ໂດຍສະເພາະ ໃນຍາມຝົນ ແຕ່ ທາງການແຂວງ ບໍ່ເອົາໃຈໃສ່ ເພາະຂາດ ງົບປະມານ ໃນເມື່ອ ມີນັກລົງທືນ ຈາກຕ່າງຊາດ ເຂົ້າມາຮ່ວມຫຸ້ນ ຄິດວ່າ ຈະປັບປຸງ ຄຸນນະພາບ ໃຫ້ດີຂື້ນ ແຕ່ກໍຍັງ ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.