ລໍານໍ້າເປັນມົລພິດ ຂ.ຄໍາມ່ວນ
2012.11.20

ໃນຣະຍະ ຫລາຍເດືອນ ຜ່ານມາ ໄດ້ມີການ ຮ້ອງຮຽນ ຈາກຊາວບ້ານ ວ່າມີໂຮງງານ ປ່ອຍນໍ້າເສັຍ ລົງສູ່ ລໍານໍ້າ ຫ້ວຍຮ່ອງ ສົ່ງຜົນກະທົບ ຕໍ່ປາ ຕໍ່ຄົນແລະສັດ ມາຕລອດ ຈົນຮອດ ປັຈຈຸບັນ ນີ້. ຫລັງຈາກນັ້ນ ວິທຍຸ ເອເຊັຍເສຣີ ກໍໄດ້ຕິດຕໍ່ ສອບຖາມ ໄປຍັງ ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແລະ ຜູ້ກໍາກັບ ຄູ້ມຄອງ ດູແລ ໂຮງງານຕ່າງໆ ທີ່ມາລົງທຶນ ໃນແຂວງ ຈື່ງໄດ້ຄໍາຕອບ ວ່າທາງການ ແຂວງຄໍາມ່ວນ ໄດ້ຕຣຽມແຜນ ແກ້ໄຂບັນຫາ ນີ້ແລ້ວ ດັ່ງເຈົ້າໜ້າທີ່ ເວົ້າວ່າ:
“ອັນນີ້ ເພີ່ນກໍມີອັນນັ້ນຢູ່ ນັກວິຊາການ ມາຈາກພຸ້ນແຫລະ ນະຄອນຫລວງ ພຸ້ນແຫລະ ພວກສີ່ງແວດລ້ອມ ສະເພາະ ເພີ່ນຊິ່ລົງມາ ແກ້ໄຂ ຫາວິທີປ້ອງກັນ ເພື່ອໃຫ້ເກິດ ຜົນກະທົບ ຫນ້ອຍທີ່ສຸດ”.
ສາເຫຕຕົ້ນຕໍ ຂອງເຣື້ອງນີ້ ເກິດຂຶ້ນ ເມື່ອເດືອນ ມິຖຸນາ 2012 ຜ່ານມາ ມີຊາວບ້ານ ຮ້ອງຮຽນໄປຍັງ ຫ້ອງການ ປົກຄອງ ແຂວງຄໍາມ່ວນ ວ່າໂຮງງານ ເກືອກາລີ ຂອງ ບໍຣິສັດ China agriculture mineral resources exploration group ຂອງຈີນ ຊື່ງຕັ້ງຢູ່ ບ້ານດົງໃຕ້ ເມືອງທ່າແຂກ ໄດ້ປ່ອຍນໍ້າເສັຍ ທີ່ບໍ່ໄດ້ ບໍາບັດ ລົງສູ່ນໍ້າ ຫ້ວຍຫວາຍ ຊື່ງໄຫລໄປໂຮມ ໃສ່ ນໍ້າເຊບັ້ງໄຟ ຊື່ງແມ່ນ ນໍ້າສາຍສໍາຄັນ ໃນແຂວງຄໍາມ່ວນ ເຮັດໃຫ້ເກິດ ຜົນກະທົບ ໃນຂົງເຂດ ຢ່າງກວ້າງຂວາງ ມີປາຕາຍ ແລະ ຊາວບ້ານ ບໍ່ສາມາດ ໃຊ້ນໍ້າ ຈາກແຫລ່ງນໍ້າ ທັມມະຊາດ ຈື່ງສ້າງຄວາມ ເດຶອດຮ້ອນ ແກ່ຊາວບ້ານ ຢ່າງຫລວງຫລາຍ.
ຊາວບ້ານ ເປີດເຜີຍວ່າ ບັນຫານີ້ ແມ່ນບັນຫາ ທີ່ຊໍ້າຊາກ ເຄີຍເກີດຂຶ້ນແລ້ວ ແຕ່ປີ 2011 ເມື່ອເກີດຊໍ້າອີກ ໃນປີ 2012 ຊາວບ້ານຈີ່ງ ຈໍາເປັນຕ້ອງ ຮ້ອງຮຽນ ໄປຍັງ ທາງການກ່ຽວຂ້ອງ ເພື່ອໃຫ້ແກ້ໄຂ ຊື່ງປັຈຈຸບັນນີ້ ທາງເຈົ້າໜ້າທີ່ ກໍຮັບປາກວ່າ ຈະແກ້ໄຂ ໃນເຣື້ອງນີ້ ໃຫ້ແລ້ວ.
ເຖີງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວວ່າ ທີ່ຜ່ານມາ ຖືວ່າ ການກວດກາ ຄວບຄຸມ ຜົນກະທົບ ຍັງບໍ່ທົ່ວເຖີງ ສົ່ງຜົນໃຫ້ ມີມົລພິດ ຕົກຄ້າງ ຢູ່ຕາມ ທັມມະຊາດ ສະພາບແວດລ້ອມ.
ໃນຂັ້ນຕໍ່ໄປ ຖ້າເຣີ້ມໃຊ້ ມາຕການ ປ້ອງກັນ ທີ່ເຂັ້ມງວດ ກວ່ານີ້ ເຊື່ອວ່າ ຈະສາມາດ ຫລຸດຜ່ອນຜົນກະທົບ ໃຫ້ມີຫນ້ອຍ ທີ່ສຸດ ແລະວ່າ ຫາກບໍຣິສັດໃດ ຫຼື ໂຮງງານໃດ ປ່ອຍສາຣພິດ ຫຼືນໍ້າເສັຍ ລົງສູ່ ແຫລ່ງນໍ້າ ກໍຈະມີການ ລົງໂທດ ຕໍ່ໄປ.