ນໍ້າດື່ມບໍ່ສະອາດ ຂາດຄຸນນະພາບ
2012.11.27

ພະນັກງານ ບໍຣິສັດ ນໍ້າດື່ມ ແຫ່ງນື່ງ ໃນນະຄອນຫລວງ ວຽງຈັນ ເປີດເຜີຽວ່າ ຣົຖຂົນນໍ້າດື່ມ ໃນນະຄອນຫລວງ ວຽງຈັນ ຫລາຍຄັນ ລັກເອົາ ເຄື່ອງໝາຍ ຂອງ ສະມາຄົມ ນໍ້າດື່ມ ໄປຕິດໃສ່ຣົດ ເພື່ອຂົນນໍ້າດື່ມ ທີ່ບໍ່ໄດ້ ມາຕຖານ ໄປຂາຍໃຫ້ ລູກຄ້າ ຕາມຮ້ານຄ້າ ຕ່າງໆ ຈົນເກີດບັນຫາ ນອງນັນກັນ ຂື້ນອີກ ເມື່ອປະມານ 2 ເດືອນ ຜ່ານມານີ້. ພະນັກງານ ເວົ້າວ່າ:
"ເຮັດແບບ ລັບໆລີ້ໆກັນ ຕິດໄໝ່ເໝິດ ຣັຖຕ່າງໆ ທີ່ບໍ່ໃຫ້ຕິດຫັ້ນນະ ຕິດໄປເໝິດແລ້ວ ຕິດມີຄວາມໝາຍ ສໍາຄັນຫຍັງ. ການຕິດໂລໂກ ຕິດເຄື່ອງໝາຍ ຂອງ ສະມາຄົມ
ກໍບໍ່ມີ ຄວາມໝາຍ ເພາະເຮົາຕິດ ເພື່ອການກວດກາ".
ເມື່ອຫລາຍເດືອນ ຜ່ານມາ ມີຄົນປອມແປງ ນໍ້າດື່ມ ໂດຍເອົານໍ້າ ທີ່ບໍ່ໄດ້ກັ່ນຕອງ ຈາກໂຮງງານ ຮ່າຍໃສ່ແກ້ວ ແລ້ວສົ່ງໄປຂາຍ ໃຫ້ຮ້ານຄ້າຕ່າງໆ ໃນ ນະຄອນຫລວງ ວຽງຈັນ ຈົນວ່າ ຜູ້ບໍຣິໂພຄ ຕ້ອງສົ່ງໜັງສື ຮ້ອງທຸກໄປຍັງ ສະມາຄົນ ຜລິດນໍ້າດື່ມ ເພື່ອໃຫ້ແກ້ໄຂ ບັນຫານີ້ ທາງ ສະມາຄົມ ຜລິດນໍ້າດື່ມ ຈື່ງໄດ້ເຮັດ ເຄື່ອງໝາຍ ສະຕິກເກີ້ ແລ້ວຕິດໃສ່ຣົຖ ຂົນສົ່ງນໍ້າດື່ມ ເພື່ອຮັບປະກັນ ຜູ້ບໍຣິໂພຄ ວ່າ ຣົຖຂົນນໍ້າ ທີ່ມີ ສະຕິກເກີ້ ຂອງ ສະມາຄົນ ເປັນນໍ້າດື່ມ ທີ່ໄດ້ມາຕຖານ ແຕ່ກັບມີຄົນ ລະເມີດອີກ ໄປລັກເອົາ ສະຕິກເກີ້ ຂອງ ສະມາຄົມ ໄປຕິດໃສ່ ຣົດຂອງຕົນ ແຕ່ຂາຍນໍ້າດື່ມ ທີ່ບໍ່ໄດ້ ມາຕຖານ ເຮັດໃຫ້ຜູ້ ບໍຣິໂພຄ ນໍ້າດື່ມ ຮ້ອງຮຽນໄປຫາ ສະມາຄົມ ອີກໃໝ່.