ນ້ຳດື່ມຜລິດໂດຍ ຂາດການຄວບຄຸມ

ນ້ຳດື່ມ ທີ່ ນະຄອນຫລວງ ວຽງຈັນ ຂາດ ຄຸນນະພາບ ຍ້ອນຂາດ ການເບິ່ງແຍງ ຈາກ ທາງການ.

0:00 / 0:00

ເຈົ້າຂອງ ບໍຣິສັດ ຜລິດນ້ຳດື່ມ ແຫ່ງນື່ງ ທີ່ນະຄອນຫລວງ ວຽງຈັນ ກ່າວວ່າ ເຖິງແມ່ນວ່າ ຈະມີການ ຮ້ອງຮຽນ ຈາກ ປະຊາຊົນ ກ່ຽວກັບ ຄຸຸນນະພາບ ຂອງນ້ຳດື່ມ ທີ່ກຸ່ມ ພໍ່ຄ້າ ນອກຣະບົບ ເອົາເຂົ້າມາຂາຍ ໃນຕລາດ ທີ່ຂາດມາຕຖານ ຈົນຮອດ ປັດຈຸບັນ ຍັງບໍ່ມີ ຫນ່ວຍງານໃດ ເຂົ້າມາກວດສອບ. ທ່ານເວົ້າວ່າ:

"ຕົວນີ້ມັນກໍ ການຊ່ອຍເຫລືອ ອີ່ຫຍັງຕ່າງໆ ຂອງພາກຣັຖ ນີ້ກໍບໍ່ທັນມີຫຍັງ ພໍທີ່ຈະຊ່ອຍເຫລຶອ ກັນໄດ້ ຂະເຈົ້າ ກໍພໍໄປພໍມາໄດ້ ມັນເປັນ ສ່ວນບຸກຄົນ ເດເນາະ ບາງໂຮງງານ ຂະເຈົ້າ ກໍໄດ້ຢືມ ທະນາຄານ ມາໃຊ້ມັນ ກໍພໍໄປພໍມາ".

ທ່ານເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ເຄີຍໄດ້ໂອ້ລົມກັນ ຣະຫວ່າງ ບໍຣິສັດ ຜລິດນ້ຳດື່ມ ດ້ວຍກັນວ່າ ໃຫ້ມີການ ປັບປຸງມາຕຖານ ຄຸນນະພາບ ນ້ຳດື່ມ ໃຫ້ດີຂຶ້ນ ຍ້ອນມີ ປະຊາຊົນ ຮ້ອງຮຽນມາ ຫລາຍຄັ້ງວ່່າ ນ້ຳດື່ມ ທີ່ວາງຂາຍ ໃນຕລາດບາງຊນິດ ປົນເປື້ອນ ໄປດ້ວຍສິ່ງ ສົກກະປົກ ຊື່ງສ້າງຄວາມ ບໍ່ຫມັ້ນໃຈ ແກ່ລູກຄ້າ ຕໍ່ບໍຣິສັດ ນ້່ຳດື່ມ ໂດຍທົ່ວໄປ. ຫລັງຈາກການ ໂອ້ລົມກັນ ຫລາຍບໍຣິສັດ ກໍໄດ້ ປັບປຸງ ຄຸນນະພາບ ນ້ຳດື່ມຂອງຕົນ ແຕ່ຍັງມີບາງ ບໍຣິສັດ ຫລື ຜູ້ຜລິດລາຍຍ່ອຍ ຍັງບໍ່ ປະຕິບັດຕາມ ເພາະຂາດການ ດູແລ ແລະ ກວດກາ ຂອງເຈົ້າຫນ້າທີ່.

ປັດຈຸບັນ ມີບໍຣິສັດ ຜລິດນ້ຳດື່ມ ໃນ ນະຄອນຫລວງ ວຽງຈັນ ທັງຫມົດ ປະມານ 187 ບໍຣິສັດ ໄດ້ພາກັນ ຈັດຕັ້ງ ສະມາຄົມ ຜລິດນ້ຳດື່ມ ມາແຕ່ປີ 2010 ຊຶ່ງສະມາຄົມ ກໍໄດ້ຊ່ອຍກັນ ຮັກສາ ຄຸນນະພາບ ມາຕຖານນ້ຳດື່ມ ໃນແຂວງ.

ທ່ານວ່າ ເຖິງແມ່ນວ່າ ຈະມີການ ຄວບຄຸມ ຄຸນນະພາບ ນ້ຳດື່ມ ຈາກບໍຣິສັດ ແຕ່ຍັງມີ ບາງຄົນ ລັກຜລິດ ນ້ຳດື່ມ ທີ່ຂາດ ຄຸນນະພາບ ຢູ່.