ບັນຫານໍ້າດື່ມສະອາດ ຢູ່ວຽງຈັນຍັງບໍ່ຈົບ
2012.12.14
ພາຍຫລັງ ທີ່ພົບວ່າ ມີໂຮງງານ ບາງແຫ່ງ ໃຊ້ສາຣຈຸຣິນຊີ ທີ່ໝົດອາຍຸ ຫລື ເຄື່ອງຈັກ ໝົດອາຍຸ ຈົນເຮັດໃຫ້ ນໍ້າດື່ມ ຂາດ ຄຸນນະພາບ. ຕາມ ເຈົ້າໜ້າທີ່
ນະຄອນຫລວງ ວຽງຈັນ ທີ່ບໍ່ປະສົງ ອອກຊື່ ເວົ້າຕໍ່ ເອເຊັຽເສຣີ ວ່າ:
"ມີບາງໂຮງງານ ກໍຊີ່ບໍ່ໄດ້ ມາຕຖານ ບໍ່ກໍາກັບ ກ່ຽວກັບ ເຄື່ອງຈັກ ຂອງ ຕົນເອງແໜ່ ຖ້າວ່າໃຊ້ ຈຸລຣິຊີ ຂອງມັນບາງ ຫລືວ່າ ສາຣຂອງມັນ ໝົດອາຍຸ ໃນການນໍາໃຊ້ ແລ້ວ ຫລືວ່າ ຫລອດແສງ ມັນໝົດອາຍຸ ໃນການ ນໍາໃຊ້ແລ້ວ ມັນກໍເຣື້ອງ ຄຸນນະພາບ ຂອງນໍ້າ ກໍບໍ່ໄດ້ ມາຕຖານ ຕ້ອງໄດ້ ເອົາໃຈໃສ່ ໂຕນີ້ ແຫລະ".
ບັນຫານໍ້າດື່ມ ບໍ່ໄດ້ ມາຕຖານ ທີ່ໄດ້ພົບເຫັນ ໃນຣະຍະ ຜ່ານມາ ແມ່ນວ່າ ຮ້ານຈໍາໜ່າຍ ສົ່ງຂາຍນໍ້າ ບາງຮ້ານ ມີການປອມແປງ ໂດຍເອົານໍ້າ ປະປາ ຮ່າຍໃສ່ ຂວດເກົ່າ ຂອງບໍຣິສັດ ຜລິດນໍ້າດື່ມ ແລ້ວ ໃຊ້ຝາປິດຂວດ ອັນໃໝ່ ຮວມທັງໃຊ້ ຣົດຂົນນໍ້າ ທີ່ຕິດກາປອມ ເພື່ອຂົນສົ່ງນໍ້າ ໄປຂາຍ ໃຫ້ຮ້ານຄ້າ.
ທ່ານວ່າ ການຄວບຄຸມ ນໍ້າດື່ມ ໃຫ້ໄດ້ ມາຕຖານນັ້ນ ມີຄວາມຫຍຸ້ງຍາກ ຫລາຍຢ່າງ ຍ້ອນວ່າ ມີຫລາຍ ໂຮງງານຍ່ອຍ ລວມແລ້ວ 100 ກວ່່າແຫ່ງ ການຄວບຄຸມ ກວດກາ ບໍ່ທົ່ວເຖິງ.