ໄທຈະຂຍາຍ ການທ່ອງທ່ຽວຊາຍແດນ
2010.10.25
ກົດຟັງສຽງ
ຕາມຣາຍງານ ກະແສຂ່າວທ້ອງຖີ່ນ ຂອງໄທ ໃນຊ່ວງທ້າຍ ສັປດານີ້ແຈ້ງວ່າ: ທ່ານ ອະລົງກອນ ວ່າ ທ່ານຈະເດີນທາງໄປ ຕິດຕາມ ຄວາມຄືບໜ້າ ຂອງການປະຕິບັດ ນະໂຍບາຍ ເຊື່ອມຕໍ່ ຄືເຊື່ອມຕໍ່ ແຂວງເລີຍ ຫາສປປລາວ ແລະໃນໂລກ ຫລືທີ່ຮູ້ກັນ ໃນນາມ ເລີຍ model ແລະການເພີ້ມຄວາມ ສາມາດ ສ້າງໂອກາດທາງ ເສຖກິດ ການຄ້າ ຂອງແຂວງເລີຍ ຫລັງຈາກທີ່ໄດ້ ຊຸກຍູ້ ໃຫ້ມີການພັທນາ ການຄ້າ ແລະ ການທ່ອງທ່ຽວ ຊາຍແດນລາວ-ໄທ ຢູ່ທີ່ ບ້ານນາກະເຊັງ ເມືອງທ່າລີ່ ແຂວງເລີຍ.
ໃນປີ 2011-2012 ແຂວງເລີຍ ໄດ້ຮັບອະນຸມັດ ງົບປະມານ 91 ລ້ານ 8 ແສນ 5 ໝື່ນບາດ ເພື່ອພັທນາດ່ານ ບ້ານນາກະເຊັງ ໃຫ້ເປັນດ່ານສາກົລ ມີສິ່ງອໍານວຍ ຄວາມສະດວກພ້ອມ ຊຶ່ງຈະເຮັດໃຫ້ ການເຂົ້າອອກ ຂອງສິນຄ້າ ແລະນັກທ່ອງທ່ຽວ ເພີ່ມຂຶ້ນອີກ ຈໍານວນຫລາຍ.
ຂນະດຽວກັນ ໃນປີ 2012 ທາງການລາວ ຈະເປີດໃຊ້ຖນົນ ລາດຢາງ ຈາກຊາຍແດນ ເມືອງທ່າລີ່ ຫາໄຊຍະບູຣີ ຕໍ່ ຫລວງພຣະບາງ ຣະຍະທາງ 363 ກິໂລແມັຕ ຊຶ່ງຈະເຊື່ອມ ໄປຍັງ ສິບສອງພັນນາ ແລະຂຸນໝິງ ຂອງຈີນ. ແລະວ່າ ໃນວັນທີ 3 ພຶສຈິກາ ປີນີ້ ສາຍການບິນ Happyy Air ຈະເປີດໃຫ້ ບໍຣິການຖ້ຽວບິນ ບາງກອກ ຫາແຂວງເລີຍ ຊຶ່ງຈະເຮັດໃຫ້ ນັກທ່ອງທ່ຽວ ມີທາງເລືອກ ຫລາຍຂຶ້ນ ແລະການທ່ອງທ່ຽວ ຂອງແຂວງເລີຍ ດີຂຶ້ນ ຢ່າງແນ່ນອນ.