ນັກທ່ອງທ່ຽວ ຊາວໄທ ໄດ້ສະແດງຄວາມ ເປັນຫ່ວງໃນການ ທ່ອງທ່ຽວທາງຣົດທົວ ຫລັງຈາກທີ່ໄດ້ ເດີນທາງຈາກແຂວງ ອຸດົມໄຊ ໄປຫາ ນະຄອນຫລວງວຽງຈັນ ຊຶ່ງເປັນເສັ້ນທາງ ທີ່ຄົດລ້ຽວແລະ ອັນຕະລາຍ ຍ້ອນວ່າເປັນເຂດພູຜາ ແຕ່ມີພນັກງານ ຂັບຣົດທົວພຽງ ຜູ້ດຽວ ທັງຂັບແບບຂາດ ຄວາມລະມັດລະວັງ ຈຶ່ງຢາກຮຽກຮ້ອງ ໃຫ້ໜ່ວຍງານກ່ຽວຂ້ອງ ໄດ້ເຂົ້າມາກວດສອບ ເຣື້ອງການຂັບຣົດທົວ ດັ່ງກ່າວ ເພື່ອຄວາມປອດພັຍ ໃນການທ່ອງທ່ຽວ. ນາງວ່າ:
"ຕອນທີ່ໄປຊື້ ປີ້ຣົດ ພນັກງານຂາຍປີ້ ບອກວ່າຈະມີ ຄົນຂັບປ່ຽນກັນ 3 ຄົນ ເຮົາກໍອຸ່ນໃຈ ເພາະມັນຈະບໍ່ມີ ອັນຕະລາຍ ເມື່ອມານັ່ງຣົດ ໄປແທ້ໆແລ້ວ ມີຄົນຂັບພຽງ ຄົນດຽວ ຂັບອັນຕະລາຍ ຫລາຍແລ້ວບາງເທື່ອ ຄືຄົນຂັບຫລັບໃນ ກໍຢາກຝາກໄປ ຫາໜ່ວຍງານທີ່ ກ່ຽວຂ້ອງ ໃຫ້ເບິ່ງແຍງ ການຂັບຣົດ ໃຫ້ຄວາມສຳຄັນ ແນ່ໜ້ອຍນຶ່ງ".
ນາງເວົ້າຕໍ່ວ່າ ຣົດທົວຈາກ ພາກເໜືອຂອງລາວ ມາວຽງຈັນ ຍັງບໍ່ມີຫລາຍ ເຖິງແມ່ນວ່າ ພນັກງານຂັບຣົດ ຈະມີຄວາມຊໍານານ ແຕ່ຫາກປະໝາດ ກໍອາດຈະເກີດ ອຸບັດຕິເຫດໄດ້. ເຈົ້າໜ້າທີ່ຈາກ ກົມຄຸ້ມຄອງ ທຸຣະກິດທ່ອງທ່ຽວ ແລະໂຮງແຮມ ຈາກອົງການ ທ່ອງທ່ຽວແຫ່ງຊາດ ໄດ້ອອກມາຊີ້ແຈງ ເຖິງເຫດການ ຄວາມປະໝາດ ຂອງພນັກງານ ຂັບຣົດສາຍເໜືອ ທີ່ເຄີຍເກີດຂື້ນວ່າ:
"ອັນນີ້ມັນເປັນ ຄວາມປະໝາດ ຂອງໂຊເຝີ້ຣົດເອງ ແລະຜູ້ຈັດການ ທີ່ວ່າຈະບໍ່ ຮູ້ເຣື້ອງ ເຮັດຈັ່ງໃດຈຶ່ງວ່າ ໂຊເຝີ້ ບໍ່ປະຕິບັດຕາມ ລະບຽບ ມີແຕ່ວ່າໃຫ້ ເຮັດໜັງສືມາ ແລະທາງນີ້ ຈະເປັນຜູ້ ປະສານງານໃຫ້ ແລະ ຈະເອີ້ນທາງ ບໍຣິສັດຂົນສົ່ງ ມາຊາບເຣື້ອງ ແລະຈະບໍ່ໃຫ້ ເຂົາມີພຶດຕິກັມ ແນວນີ້ອີກ".
ເຈົ້າໜ້າທີ່ ເວົ້າອີກວ່າ ສຳລັບນັກທ່ອງທ່ຽວ ຜູ້ໃດ ເຄີຍປະສົບກັບ ເຫດການດັ່ງກ່າວ ຫລືເຫດການທີ່ ອາດຈະກໍ່ໃຫ້ເກີດ ອຸບັດຕິເຫດ ໃຫ້ເຮັດໜັງສື ຮ້ອງຮຽນມາ ເຖິງອົງການທ່ອງທ່ຽວ ແຫ່ງຊາດລາວ ເພື່ອຈະ ປະສານງານໄປຫາ ບໍຣິສັດນັ້ນໆ.
ສປປລາວ ອາໄສລາຍໄດ້ ຈາກການທ່ອງທ່ຽວ ຊຶ່ງເປັນ ອຸດສາຫະກັມສຳຄັນ ດັ່ງນັ້ນ ທາງອົງການຈຶ່ງຕ້ອງ ປັບປຸງ ການບໍຣິການ ໃຫ້ມີຄວາມປອດພັຍ ແລະ ເຮັດໃຫ້ ນັກທ່ອງທ່ຽວຕ່າງຊາດ ມີຄວາມສະບາຍໃຈ ແລະມາທ່ອງທ່ຽວ ເມືອງລາວຫລາຍຂື້ນ.