ຕໍາຣວດລາວເຂົ້າ ຮັກສາຄວາມສງົບ ກາຊີໂນບໍ່ເຕັນ

ເຈົ້າໜ້າທີ່ ຕໍາຣວດລາວ ເລີ້ມເຂົ້າ ປະຈໍາການ ຮັກສາຄວາມສງົບ ໃນກາຊີໂນ ບໍ່ເຕັນ ເປັນເທື່ອທໍາອິດ.
ໂພໄຊສວັດ
2010.04.20

ຫລັງຈາກທີ່ມີ ກະແສຂ່າວ ຊ່າລືແບບນາບຂູ່ ທີ່ໜ້າຢ້ານກົວ ຈາກກຸ່ມທີ່ບໍ່ ຫວັງດີແລະອາຈ ມີອິດທິພົນເຖື່ອນ ໃນເຂດກາຊີໂນ ເມືອງບໍ່ເຕັນ ແຂວງຫລວງນ້ຳທາ ຈົນເຮັດໃຫ້ ບັນດານັກທ່ອງທ່ຽວ ແລະ ນັກຫລິ້ນກາຊີໂນ ບໍ່ກ້າມາທ່ອງທ່ຽວ ແລະ ຫລິ້ນການພະນັນ.

ຍ້ອນເຫດດັ່ງກ່າວ ຫ້ອງການປ້ອງກັນ ຄວາມສງົບ ຈຶ່ງໄດ້ຈັດ ເຈົ້າໜ້າທີ່ຕຳຣວດ ເຂົ້າໄປຮັກສາ ຄວາມປອດພັຍ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຈາກແຂວງ ຫລວງນ້ຳທາ ຜູ້ນຶ່ງເວົ້າວ່າ:

"ໃນເມື່ອກ່ອນ ຣປພ ຂອງຈີນ ເຈົ້າໜ້າທີ່ເຮົາ ບໍ່ສາມາດໄປ ຄຸ້ມຄອງໄດ້ ໃນແຕ່ລະຫ້ອງ ຂອງກາຊີໂນ ແຕ່ຕອນນີ້ແມ່ນ ເຈົ້າໜ້າທີ່ຕຳຣວດ ຂອງລາວໄດ້ໄປ ຢູ່ທີ່ນັ້ນ ເອີໄປຢູ່ທີ່ນັ້ນ ກໍໃຫ້ເຫັນຄວາມ ເປັນທັມ ແກ່ທັງສອງຝ່າຍ ຕາມລະບຽບ ກົດໝາຍ ຂອງ ສປປລາວ".

ເຈົ້າໜ້າທີ່ຕຳຣວດ ໃນແຂວງ ຫລວງນ້ຳທາ ໄດ້ເຂົ້າ ປະຈຳການຮັກສາ ຄວາມປອດພັຍ ໃນຫ້ອງຕ່າງໆ ທີ່ມີການພະນັນ ໃນກາຊິໂນ ເມືອງບໍ່ເຕັນ ໂດຍໃຊ້ກົດໝາຍ ລາວ ເປັນພື້ນຖານ ຮ່ວມກັບບໍລິສັດ ສັນຍາຈ້າງ ຫລື subcontract ຂອງຈີນ ທີ່ໄດ້ຮັບ ສັມປະທານ ເພື່ອຮັກສາ ສະຖານທີ່ກາຊີໂນ ຮ່ວມກັນ.

ບ່ອນຫລິ້ນການພະນັນ ແລະ ເຂດເສຖກິດຜິເສດ ແຂວງຫລວງນ້ຳທາ ໃກ້ດ່ານຊາຍແດນ ບໍ່ເຕັນ-ບໍ່ຫານ ເປັນບ່ອນທີ່ຊາວຈີນ ເຂົ້າມາຫລິ້ນ ການພະນັນແລະ ລົງທຶນທຸຣະກິດ ຈຳນວນຫລາຍ ໂດຍສະເພາະ ທຸຣະກິດທວງໜີ້ ຊຶ່ງມີຊາວຈີນ ທີ່ມີອິດທິພົນ ເປັນຜູ້ກຳກັບ ກິຈການ ແລະຜົນປະໂຫຍດ.

ປະຊາຊົນລາວ ໃນເມືອງນ້ຳທາ ແລະ ຢູ່ເມືອງນາເຕີຍ ແຂວງຫລວງນ້ຳທາ ໃຫ້ຂໍ້ມູນວ່າ ໃນກາຊິໂນ ແຫ່ງນີ້ມີຊາວຈີນ ທີ່ມີອິດທິພົນ ຈະຄອຍນາບຂູ່ ນັກຫລິ້ນການ ພະນັນ ທີ່ໝົດເນື້ອໝົດຕົວ ແລະເປັນໜີ້ສີນ ຈະຖືກກັກຂັງ ໄວ້ຈົນກວ່າ ທາງຄອບຄົວ ຈະຫາເງິນມາ ໄຖ່ໂຕ ຫາກບໍ່ມີເງິນ ມາໄຖ່ນັກເລງຈີນ ກໍຈະທຳຮ້າຍ ພວກຂະເຈົ້າ ໂດຍບໍ່ເກງກົວ ຕໍ່ກົດໝາຍລາວ. ດັ່ງນັ້ນທາງການ ຈຶ່ງຢາກພຍາຍາມ ຜ່ອນຄາຍ ສະພາບການດັ່ງກ່າວ ນັ້ນລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.