ງານບຸນ ນະມັດສະການ ພຣະທາດ ອິງຮັງ

ແຂວງ ສວັນນະເຂດ ຈັດງານບຸນ ນະມັດສະການ ພຣະທາດ ອິງຮັງ ປະຈໍາປີ 2008 ໂດຍມີ ກິດຈະກັມ ນະມັດສະການ ພຣະທາດ, ການຕັ້ງຮ້ານ ສະແດງ ສິນຄ້າພື້ນເມືອງ ແລະ ສິນຄ້າຈາກ ປະເທດເພື່ອນບ້ານ.

ນອກຈາກ​ນີ້ ​ຍັງ​ມີ​ການສະ​ແດງ ສິນລະປະ​ວັດທະນະ​ທັມ. ​​ເຈົ້າ​ໜ້າ​ທີ່ ຈາກ​ຜ​ແນ​ກ ການ​ຄ້າ ​ແລະ ອຸດ​ສາຫະ​ກັມ ​ໃຫ້​ລາຍ​ລະອຽດ​ວ່າ:

“ປີ​ນີ້​ ເນື່ອງ​ໃນ​ໂອກາດ ງານ​ນະມັດສະການ ພຣະທາດ ​ອິງ​ຮັງ ​ແລ້ວ​ມັນ​ມີ ​ຂໍ້​ຕົກລົງ​ກັນ ລະຫວ່າງ​ກະຊວງ ອຸດ​ສາຫະ​ກັມ ​ການ​ຄ້າ​ລາວ ​ແລະ ກະຊວງ​ພານິດ ​ແຫ່ງ ຣາຊອານາຈັກ​ໄທ ສະ​ນັ້ນ ​ຈຶ່ງ​ໄດ້​ເປີດ​ງານ ຕລາດ​ນັດຂື້ນ ​ເມື່ອ​ວັນ​ທີ 8 ຫາ ວັນ​ທີ 13.”

ບຸນ​ພຣະທາດ ​ອິງ​ຮັງ ​ເປັນ​ບຸນ ​ປະ​ຈໍາປີ ​ເພື່ອ​ໃຫ້ ຊາວ​ລາວ ​ແລະ ຕ່າງປະ​ເທດ ​ໄດ້​ກາບ​ໄຫວ້​ ບູຊາ ສິ່ງ​ສັກສິດ ຄູ່​ບ້ານ​ຄູ່​ເມືອງ ຊຶ່ງ​ແຕ່ລະ​ປີ ຈະ​ມີ ນັກ​ທ່ອງ​ທ່ຽວ ​ເຂົ້າ​ມາ​ຮ່ວມ ​ເປັນ​ຈໍານວນ​ຫລວງຫລາຍ ​ເພາະ​ຖື​ວ່າ ​ເປັນ​ບຸນ​ສໍາຄັນ ຂອງ ​ແຂວງ ສວັນນະ​ເຂດ.”

ສໍາລັບ​ປີ​ນີ້ ຫ້ອງການ​ທ່ອງ​ທ່ຽວ ​ແຂວງ​ສວັນນະ​ເຂດ ກໍ​ໄດ້ສ​ະແດງ ​ສິນຄ້າ ປະ​ເພດ ຫັດ​ຖະ​ກັມ ​ແລະ ປະ​ເທດ​ໄທ ກໍ​ມີ​ສິນຄ້າ ຢ່າງ​ຫລວງຫລາຍ​ມາ ສະ​ແດງ ​ແລະ ວາງ​ຂາຍ ​ໃຫ້​ນັກ​ທ່ອງ​ທ່ຽວ ທີ່​ສົນ​ໃຈ ດັ່ງ ເຈົ້າ​ໜ້າ​ທີ່ ​ໄດ້​ເວົ້າ​ອີກ​ວ່າ:

“​ໃສ່​ຊື່​ບຸນ​ນີ້ ​ວ່າ ອິນ​ໂດ​ຈີນ​ໄທ ​ເພາະວ່າ ​ມີ ສິນຄ້າ ອິນ​ໂດ​ຈີນ​ໄທ ກໍ​ມີ ​ແຕ່​ການສະ​ແດງ ​ສິນຄ້າ ສິນລະປະ ວັນນະຄະດີ ກໍ​ມີ ວົງ​ໂປງ​ລາງ ຂອງ ອຸບົນຣາຊະ​ທານີ ມາ​ສົມທົບ ​ແລ້ວ​ກໍ​ມີ ໝໍ​ລໍາ ພຣະຍາ ຈາກ​ມຸກດາ​ຫານ ​ຈໍານວນ​ນຶ່ງ.”

ພຣະທາດ​ອິງ​ຮັງ ​ເປັນ ສິນລະປະ ​ແລະ ​ເປັນ​ ສະຖາປັດ​ສະ​ຍະ​ກັມ​ ຫລື ມີ Architect ທີ່​ສວຍ​ງາມ ທັງ​ເປັນ​ ປູຊະນີຍະສະຖານ ​ທີ່​ສໍາຄັນ ​ແຫ່ງ​ນຶ່ງ​ ຢູ່ ສປປລາວ ຕັ້ງ​ຢູ່ ​ແຂວງ​ສວັນນະ​ເຂດ ທາງ​ພາກ​ໃຕ້ ​ຂອງ​ລາວ ​ແລະ ປະມານ 15 ກິ​ໂລ​ແມັດ ລະຫວ່າງ​ ເສັ້ນ​ທາງ ສວັນນະ​ເຂດ-​ເຊ​ໂນ. ພຣະ​ເຈດີນີ້ ​​ເປັນ​ສິນລະປະ ສມັຍ​ລ້ານ​ຊ້າງ.