ຊາວວຽງຈັນຂ້າມຟາກ ໄປຊື້ເຄື່ອງອຸປໂພຄ
2010.04.13
ໃນຣະຫວ່າງ ກາຣກະຕຣຽມ ໃນຍາມເທສກາລ ບຸນປີໃໝ່ລາວ ພ.ສ. 2553 ນີ້ ປາກົດວ່າ ມີຊາວລາວຈາກ ນະຄອນຫລວງ ວຽງຈັນ ຂ້າມໄປຊື້ເຄື່ອງ ຂອງອຸປໂພຄ ບໍຣິໂພຄຕ່າງໆ ຕາມຕລາດຊາຍແດນ ຢ່າງຫລວງຫລາຍ ໂດຽສະເພາະໃນເຂຕເທສບາລ ເມືອງໂພນພິສັຍ ແຂວງໜອງຄາຍ. ຕາມກາຣຣາຍງານ ຂອງໜັງສືພິມ ຜູ້ຈັດກາຣຣາຍ ວັນໄທ ໃນວັນທີ່ 12 ເມສານີ້.
ສິນຄ້າ ທີ່ຊາວລາວນິຍົມ ໄປຊື້ຕາມຕລາດ ຊາຍແດນດັ່ງກ່າວ ຈະເປັນປະເພທ ນ້ຳອັດລົມ ແລະ ເຄື່ອງດື່ມຊູກຳລັງ ຊຶ່ງບາງສ່ວນ ກໍຈະຖືກນຳ ໄປຈຳໜ່າຍຕໍ່ ຫລືສຳຫລັບໃຊ້ ພາຍໃນຄອບຄົວ ເນື່ອງໃນ ຍາມບຸນປີໃໝ່ ແລະສ່ວນຫລາຍກໍ ຈະພາກັນຊື້ ໃນລັກສນະເພື່ອ ເປັນກາຣປະຫຢັດ ແລະໃຫ້ກຸ້ມໄດ້ ໃນເວລາດົນນານ.
ນອກຈາກປະເພທ ເຄື່ອງດັ່ງກ່າວ ນີ້ແລ້ວ ຍັງພາກັນນິຍົມ ຊື້ເຄື່ອງເອ້ ຫລືເຄື່ອງສຳຫລັບ ກາຣປະດັບປະດາ ຕ່າງໆນຳດ້ວຍເຊັ່ນ ເຄື່ອງຊຸບຄຳ ທັງສາຍສ້ອຍ ແລະເຄື່ອງໃຊ້ສຳລັບ ນຳໄປເຄນເຂົ້າວັດ ໃນງານຈັດ ບຸນສິນກິນທານ ຕ່າງໆນຳດ້ວຍ.
ພ້ອມດຽວກັນນີ້ ກໍມີຊາວລາວ ຈຳນວນໜຶ່ງ ທີ່ມັກຈະນຳ ເອົາເຄື່ອງປ່າຂອງ ດົກເຊັ່ນ: ເຫັດ ໜໍ່ໄມ້ ໜໍ່ຫວາຍ ແລະອື່ນໆ ຢ່າງຫລວງຫລາຍ ໄປວາງຂາຍພໍມີເງິນ ຕື່ມແດ່ນ້ອຍໜຶ່ງ ແລ້ວກໍຊື້ເຄື່ອງ ຂອງກັບ ບ້ານເຊັ່ນກັນ.