ຊາວເມືອງ ນະຄອນຫລວງວຽງຈັນ ຕຣຽມຮັບ ກິລາຊີເກມ.
2009.10.01
ຊາວນະຄອນຫລວງວຽງຈັນ ຄິດວ່າ ໃນລະຫວ່າງງານ ມະຫະກັມ ກິລາຊີເກມ ທີ່ ສປປລາວ ເປັນເຈົ້າພາບນັ້ນ ທຸຣະກິດໃນລາວ ຈະຂຍາຍໂຕຂື້ນ ຫລາຍກວ່າເກົ່າ ຍ້ອນວ່າຈະມີ ຊາວຕ່າງດ້າວເຂົ້າ ມາຫລາຍ ແລະຈະເປັນການ ໂຄສະນາໃຫ້ ການທ່ອງທ່ຽວຂອງລາວ ໃຫ້ເປັນທີ່ຮູ້ຈັກ ເພີ້ມຂື້ນ. ດັ່ງຊາວບ້ານຜູ້ນຶ່ງ ຈາກເມືອງ ສີໂຄຕບອງ ນະຄອນຫລວງ ວຽງຈັນເວົ້າວ່າ:
"ກໍມີສ່ວນເພາະ ຊີເກມກໍຈະມີ ບາງປະເທດ ເຂົ້າມາລາວ ຄິດວ່າຄືຊິເຮັດ ໃຫ້ປະເທດເຮົາມີ ເສຖກິດດີຂື້ນ ກໍເລີ້ມຂຍາຍ ຂື້ນແລ້ວ."
ນອກຈາກນີ້ ນາງຍັງເວົ້າວ່າ ການກະຕຣຽມ ໃສ່ງານມະຫະກັມ ກິລາຊີເກມ ເຮັດໃຫ້ນະຄອນ ຫລວງວຽງຈັນ ມີສະພາບແຕກຕ່າງ ໄປກວ່າເກົ່າ, ໂດຍສະເພາະການ ປ່ຽນແປງປັບປຸງ ສ້ອມແຊມ ຖນົນຫົນທາງ ແລະສະພາບທົ່ວ ໄປໃນໂຕເມືອງ ໃຫ້ສະອາດ ແລະເປັນລະບຽບ ຮຽບຮ້ອຍ ກວ່າແຕ່ກ່ອນ. ຊຶ່ງຈະເປັນການ ດຶງດູດ ນັກທ່ອງທ່ຽວໃຫ້ ຫລາຍຂື້ນ, ແລ້ວກໍຈະມີ ການຂຍາຍໂຕ ຂອງທຸຣະກິດ ໄປໃນໂຕ.
ໃນຂນະດຽວກັນ ປະຊາຊົນອີກ ຜູ້ນຶ່ງຈາກເມືອງ ຈັນທະບຸຣີ ນະຄອນຫລວງວຽງຈັນ ກໍໄດ້ໃຫ້ຂໍ້ ຄິດເຫັນກ່ຽວກັບ ສິ່ງທີ່ອາດຈະ ເກີດຂື້ນ ໃນການທີ່ ສປປລາວ ຈະເປັນເຈົ້າພາບ ງານມະຫະກັມ ກິລາຊີເກມ ໃນເທື່ອນີ້ວ່າ:
"ກໍມີຢູ່ ຕົກແຕ່ງ ໃຫ້ສວຍງາມ ກໍດີຂື້ນ ນັກທ່ອງທ່ຽວຫຍັງ ກໍເຂົ້າມາທ່ຽວຊົມ ຫລາຍຂື້ນ ກໍສວຍງາມໄປ ຕລອດ."
ເນື່ອງຈາກວ່າງານ ມະຫະກັມ ກິລາຊີເກມ ເປັນງານຍິ່ງໃຫຍ່ ຂອງກຸ່ມປະເທດ ອາຊຽນ ໃນທຸກໆສອງປີ ດັ່ງນັ້ນນອກຈາກ ນັກກິລາ ຄຣູຝຶກສອນ ເຈົ້າໜ້າທີ່ ແລະຜູ້ສື່ຂ່າວ ຈຳນວນຫລວງຫລາຍແລ້ວ ກໍຈະມີນັກ ທ່ອງທ່ຽວທີ່ສົນໃຈ ຫລັ່ງໃຫລເຂົ້າມາ ລາວອີກ ຈຶ່ງຈະເຮັດໃຫ້ ທຸຣະກິດ ໃນລາວ ຂຍາຍໂຕຂື້ນ ຢ່າງວ່ອງໄວ ໃນລະຍະນີ້.