ສວັນນະເຂດ ປາບປາມພວກ ນຳທ່ຽວທີ່ ຜິດກົດໝາຍ.

ໃຫ້ບໍຣິການ ນັກທ່ອງທ່ຽວ ໃນຣາຄາຖືກໆ ຣະຫວ່າງແຂວງ ມຸກດາຫານຂອງໄທ ແຂວງສວັນ ນະເຂດຂອງລາວ ແລະແຂວງ ກວ່າງຈີຂອງວຽດນາມ ແຕ່ການນຳທ່ຽວນັ້ນ ບໍ່ໄດ້ມາດຕະຖານ
ສົມເນ
2009.02.04

ຫລັງຈາກ ມີຂ່າວວ່າ ໃນຣະຍະ ຜ່ານມາ ໄດ້ມີ ບໍຣິສັດ ນຳທ່ຽວ ບາງບໍຣິສັດ ໂຄສະນາ ແລະໃຫ້ ບໍຣິການ ນັກທ່ອງທ່ຽວ ໃນຣາຄາຖືກໆ ຣະຫວ່າງແຂວງ ມຸກດາຫານ ຂອງໄທ ແຂວງສວັນນະເຂດ ຂອງລາວ ແລະແຂວງ ກວ່າງຈີຂອງ ວຽດນາມ; ແຕ່ການ ນຳທ່ຽວ ໃນຣາຄາ ຖືກໆນັ້ນ ພັດເປັນການ ນຳທ່ຽວ ທີ່ບໍ່ດີ ບໍ່ໄດ້ມາດຕະຖານ ບາງເທື່ອ ປະນັກທ່ອງທ່ຽວ ຢູ່ກາງທາງ ບໍ່ປະຕິບັດ ຕາມຄຳໝັ້ນ ສັນຍາ ທີ່ໃຫ້ໄວ້. ເມື່ອຮູ້ ແບບນັ້ນ ຫ້ອງການ ການທ່ອງທ່ຽວ ແຂວງສວັນນະເຂດ ກໍພະຍາຍາມ ແກ້ ໄຂບັນຫາ ດັ່ງກ່າວ ດັ່ງ ທ່ານ ເຊົາສີສຸກ ຫົວໜ້າຫ້ອງ ການທ່ອງທ່ຽວ ເມືອງໄກສອນ ພົມວິຫານ ແຂວງສວັນນະເຂດ ໄດ້ເວົ້າວ່າ: ເວົ້າເຣື່ອງ ກອງປະຊຸມ ພວກເຮົາ ກໍ ເວົ້າເຮື່ອງ ກ່ຽວກັບທີ່ ວ່າເຂົາເຈົ້າ ລັກເຮັດເນີ້ ແບບວ່າພວກເຮົາ ກໍໄດ້ປຶກ ສາຫາລື ກັນເຮັດໃຫ້ ສາມປະເທດ ເປັນເອກພາບກັນ ພະຍາຍາມ ກວດກາ ຢູ່ດຽວນີ້.

ບໍຣິສັດ ນຳທ່ຽວທີ່ ບໍ່ຖືກຕ້ອງ ຕາມກົດໝາຍ ນີ້ມີຫລາຍ ຕາມດ່ານ ຊາຍແດນ ເປັນຕົ້ນຕາມ ດ່ານແດນສວັນ-ລາວບ່າວ ແລະໃນບໍຣິເວນ ຫົວຂົວ ມິດຕະພາບລາວ-ໄທ ແຫ່ງທີ່ສອງ ຊຶ່ງເປັນ ຂົວຂ້າມ ແມ່ນ້ຳຂອງຣ ະຫວ່າງແຂວງ ສວັນນະເຂດ ແລະມຸກດາຫານ ຂອງໄທ. ຜ່ານມາ ບໍຣິສັດ ນຳທ່ຽວ ເຫລົ່ານີ້ ໄດ້ເອົາລັດ  ເອົາປຽບ ນັກ ທ່ອງທ່ຽວໄທ ແລະວຽດນາມ ໃນຫລາຍ ຮຸປແບບ ດັ່ງ ທ່ານ ເຊົາສີສຸກ ໄດ້ຊີ້ແຈງ ອີກວ່າ:

ກ່ຽວກັບການ ທ່ອງທ່ຽວ ບໍ່ວ່າຊາວ ໄທແລະ ວຽດນາມ ພວກເຮົາກໍໄດ້ ປຶກສາຫາລື ແລະເຮັດໃຫ້ ສາມປະເທດ ເປັນເອກພາບກັນ ຖືວ່າບໍ່ໃຫ້ ເອົາລັດ ເອົາປຽບນັກ ທ່ອງທ່ຽວ ແລະໃນນັ້ນ ພວກເຮົາ ກໍໄດ້ມີການ ຄຸ້ມຄອງ ຢ່າງດີ ກ່ຽວກັບບັນຫາ ບໍຣິສັດ ນຳທ່ຽວນີ້.

ປະກົດວ່າ ຜູ້ໂຄສະນາ ໃຫ້ການ ບໍຣິການ ການທ່ອງທ່ຽວ ແບບບໍ່ ມາດຕະຖານນີ້ ສ່ວນຫລາຍ ເປັນຄົນລາວ ແລະຄົນໄທ ແຕ່ເຈົ້າໜ້າທີ່ ທ່ອງທ່ຽວລາວ ເວົ້າວ່າ ບໍຣິສັດ ເຫລົ່ານີ້ ມີບໍ່ຫຼາຍ ປັດຈຸບັນ ເຈົ້າໜ້າທີ່ ກຳລັງຊອກຫາ ຈັບກຸມ ແລະກວາດລ້າງຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.