ສວັນເວກັສ ບ່ອນດືງດູດ ນັກທ່ອງທ່ຽວ
2009.05.19

ກາຣເປີດໃຊ້ ໂຮງຄາຊີໂນ ສວັນເວກັສ ທີ່ແຂວງ ສວັນນະເຂຕ ຢ່າງເປັນທາງກາຣ ແຕ່ທ້າຍປີ ຜ່ານມາ ໄດ້ຊ່ວຍດືງດູດ ເອົານັກທ່ອງທ່ຽວ ຊາວຕ່າງປະເທສ ເຂົ້າມາ ທ່ຽວຊົມ ຕາມສະຖານທີ່ ແຫລ່ງທ່ອງທ່ຽວ ພາຍໃນແຂວງ ຫລາຍເພີ້ມຂື້ນ ຊື່ງເປັນກາຣສ້າງ ຣາຍຮັບໃຫ້ແກ່ ທາງກາຣແຂວງ ໃນດ້ານເກັບຄ່າ ພາສີ ແລະຄ່າກາຣ ບໍຣິກາຣຕ່າງໆ ນຳດ້ວຍ ແລະຍີ່ງຈະເຮັດ ໃຫ້ທາງກາຣ ກ່ຽວຂ້ອງເພີ້ມກາຣ ປະສານງານກັນ ຫລາຍກວ່າເກົ່າ.
ໂດຽສະເພາະ ຫ້ອງກາຣໆທ່ອງທ່ຽວ ກັບໂຄງກາຣ ພັທນາຕາມ ເຂຕຕລາດ ຊື້ຂາຍກະຈາຍ ສິນຄ້າ ໃນເຂຕທ້ອງຖີ່ນ ດັ່ງທ່ານ ເຊົາວ໌ ສີສຸຂ ຫົວໜ້າຫ້ອງກາຣ ທ່ອງທ່ຽວ ເມືອງໄກສອນໄດ້ ກ່າວວ່າ:
“ຕົວເລຂຕົວນີ້ ຍັງບໍ່ທັນ ຊັດເຈນເນາະ ໃນກອງປະຊຸມ ເມື່ອກ່ອນ ຕາມໄດ້ລົມກັນ ຫ່າງຈາກນີ້ ປະມານ 3-4 ເດືອນຫລັງ ກໍຖືວ່າ ຫລາຍໝື່ນແລະ ເຂົາເຈົ້າ ທຽວກັນມາ ໂດຽສະເພາະ ວັນສຸກ ເສົາ ອາທິຕ”
ເຈົ້າໜ້າທີ່ ຫ້ອງກາຣທ່ອງທ່ຽວ ທ່ານນີ້ ໃຫ້ຄຳເຫັນວ່າ: ກ່ອນທີ່ຈະໃຫ້ ສາມາດຂຍາຍ ກາຣທ່ອງທ່ຽວ ເພີ່ມຂື້ນນັ້ນ ຈະຕ້ອງມີ ຮ້ານອາຫາຣ ແລະຮ້ານຄ້າ ເພີ່ມເຕີມ ເຊັ່ນກັນ ເພື່ອຮອງຮັບ ຜູ້ເຂົ້າມາ ທ່ຽວຊົມໄດ້ຮັບ ຄວາມສະດວກ ແລະເທົ່າ ປັຈຈຸບັນນີ້ ຊາວຕ່າງປະເທສ ທີ່ເຂົ້າມາ ສ່ວນຫລາຍ ຈະແມ່ນມາຈາກ ປະເທສເພື່ອນບ້ານ ເອງເຊັ່ນ: ຈາກໄທຽ ແລະວຽຕນາມ ແຕ່ກໍມີ ບາງສ່ວນທີ່ ເປັນຊາວຈີນ ທີ່ເຂົ້າມາຫາ ຄວາມບັນເທີງ ຈາກຄາຊີໂນ ໂດຽມີບາງຄົນ ເຂົ້າມາຫລີ້ນ ກາຣພະນັນ ນັບເປັນ ໝື່ນຫລືແສນບາທ ກໍມີ ໃນແຕ່ລະມື້.
ສະເພາະຈຳນວນ ຣາຍຮັບ ທີ່ທາງກາຣແຂວງ ສວັນນະເຂຕ ໄດ້ຈາກພາສີ ສັມປະທານ ຂອງໂຮງຄາຊີໂນ ນັ້ນທ່ານກໍວ່າ:
“ຕົວນີ້ມັນ ເປັນຣະບຽບຂອງ ກາຣເງີນແລ້ວ ມັນຈະເຂົ້າ ງົບປະມານ ຂອງຣັຖເພື່ອ ກະຈາຍຣາຍໄດ້ ໄປສູ່ວຽກງານ ອື່ນໆຖ້າວ່າ ຄາຊີໂນ ຣາຍຮັບ ມັນສູງມັນ ກໍຈະໄດ້ ເຂົ້າຫລາຍ ມັນເປັນ ຣະບຽບມັນ ເພາະວ່າມັນ ກໍມີສັນຍາ ກ່ຽວກັບກາຣ ລົງທຶນ ຂອງຕ່າງ ປະເທສ ຫັ້ນນ໋າ”
ພ້ອມດຽວກັນນີ້ ທ່ານກໍໃຫ້ກາຣ ສລຸບກ່ຽວກັບ ຣາຍໄດ້ຈາກກາຣ ທ່ອງທ່ຽວ ສະເພາະເຄີ່ງປີ 2009 ນີ້ວ່າຈະມີ ກາຣເປີດເຜີຽ ພາຍໃນເດືອນ ມີຖຸນາ ນີ້ພ້ອມກັບຍັງ ຈະມີກາຣ ວາງແຜນ ເພື່ອຂຍາຍວຽກງານ ກາຣທ່ອງທ່ຽວ ໃຫ້ໄປທົ່ວເຖີງ ທຸກໆເຂຕພາຍ ໃນແຂວງ ສວັນນະເຂຕ ດັ່ງກ່າວນີ້ນັ້ນ ນຳດ້ວຍ.