ທ່ອງທ່ຽວ-ຜະຈົນພັຍ ທີ່ຫລວງນໍ້າທາ
2010.04.06

ແຂວງຫລວງນ້ຳທາ ພາກເໜືອຂອງລາວ ກຳລັງສົ່ງເສີມ ການທ່ອງທ່ຽວແບບ ທັມມະຊາດ ໂດຍອາສັຍ ຮີດຄອງປະເພນີ ແລະການຜະຈົນພັຍ ເພື່ອດຶງດູດ ນັກທ່ອງທ່ຽວ ຕ່າງຊາດ. ອີງຕາມລາຍງານ ຂອງແຫລ່ງຂ່າວ Channelnews Asia.
ເຖິງຢ່າງໃດກໍຕາມ ລາວກໍຕ້ອງການ ການຮ່ວມມືຈາກ ປະເທດເພື່ອນບ້ານ ຫາກຈະເຮັດໃຫ້ ການທ່ອງທ່ຽວ ແບບທັມມະຊາດ ກາຍເປັນ ອຸດສາຫະກັມ ທ່ອງທ່ຽວທີ່ ສຳຄັນ.
ຢູ່ແຂວງ ຫລວງນ້ຳທາ ຜູ້ຄ້າຂາຍສ່ວນໃຫຍ່ ຈະເປັນແມ່ຍິງ ທີ່ຕ່າງເຄື່ອງຂາຍ ໃສ່ກະຕ່າ ລົງຈາກໄຮ່ສວນ ໄປຫາຕລາດ. ຍ້ອນມີ ເຄື່ອງນຸ່ງຖືແບບ ທັມມະຊາດ ຂອງພວກແມ່ຍິງ ຄ້າຂາຍເຫລົ່ານີ້ ຈື່ງເກີດເປັນທີ່ ຈັບໃຈຂອງພວກ ນັກທ່ອງທ່ຽວ.
ນັກທ່ອງທ່ຽວ ຈະໄດ້ພັກຜ່ອນ ແບບສະບາຍໆ ທັງໃຈແລະກາຍ, ຈະໃຊ້ເວລາ ທ່ອງທ່ຽວຢ້ຽມຢາມ ຊຸມຊົນຊາວບ້ານ ກຸ່ມນ້ອຍ, ຂີ່ຣົດຖີບ ເລາະຕາມພູເຂົາ ລ່ອງເຮືອແພ ແລະ ຍ່າງຕາມທາງນ້ອຍໆ ອອກກຳລັງກາຍ ໄປນໍາ. ແຂວງຫລວງນ້ຳທາ ກຳລັງກາຍເປັນ ສູນກາງ ຂອງການທ່ອງທ່ຽວ ຕາມທັມມະຊາດ ແບບຊ້າໆ.
ເຖິງຢ່າງໃດກໍຕາມ ກ່ອນທີ່ ການທ່ອງທ່ຽວ ຕາມທັມມະຊາດ ຈະເພີ້ມຂຶ້ນໄດ້ ຕ້ອງໄດ້ຂຍາຍ ສນາມບິນຫລວງນ້ຳທາ ກ່ອນເຖິງແມ່ນວ່າ ນັກທ່ອງທ່ຽວ ຈະສາມາດ ເດີນທາງດ້ວຍເຮືອບິນ ຈາກນະຄອນຫລວງ ວຽງຈັນ ໄປຫລວງນ້ຳທາ ໄດ້ແລ້ວກໍຕາມ ແຕ່ກໍຍັງມີ ຂອບເຂດຈຳກັດ ຢູ່.
ການທ່ອງທ່ຽວ ຕາມທັມມະຊາດ ຈະນຳລາຍຮັບ ມາໃຫ້ ຊຸມຊົນຊາວບ້ານ ແລະທາງແຂວງ ທີ່ມີສ່ວນ ຮ່ວມຫລາຍເພີ້ມຂຶ້ນ ດັ່ງນັ້ນເຈົ້າໜ້າທີ່ ຈາກ 6 ແຂວງພາກເໜືອ ຈຶ່ງຈະເຊັນບັນທຶກ ຄວາມເຂົ້າໃຈ ດ້ານການຮ່ວມມື ທ່ອງທ່ຽວ ແລະການຄ້າກັບ ຈີນ ເພື່ອສົ່ງເສີມການ ທ່ອງທ່ຽວ ແລະການຄ້າ ໃນຂົງເຂດນີ້.