ສປປລາວ ຕັ້ງເປົ້າໝາຍ ໃຫ້ມີນັກ ທັສນະຈອນ ເພີ່ມຂື້ນ

ທາງກາຣລາວ ມີເປົ້າໝາຍ ໃຫ້ໄດ້ນັກ ທ່ອງທ່ຽວຕ່າງ ປະເທສເຖີງ 1.8 ລ້ານຄົນໃນປີນີ້

0:00 / 0:00

ທາງກາຣ ສປປລາວ ໄດ້ຕັ້ງເປົ້າໝາຍທີ່ຈະ ໃຫ້ມີນັກທັສນະຈອນ ຊາວຕ່າງປະເທສເຂົ້າ ມາທ່ຽວຊົມເມືອງລາວ ໃຫ້ມີຫລາຍເພີ່ມຂື້ນເຖີງ 1.8 ລ້ານໃນປີ 2009 ນີ້ເພື່ອຄວາມຫວັງ ຈະມີຣາຍຮັບບໍ່ຕໍ່າກວ່າ 270 ລ້ານດອລລາຣ໌ສະຫະຣັຖ ແລະກ່ອນທີ່ຈະ ໃຫ້ສາມາດບັນລຸເຖີງ ເປົ້າໝາຍດັ່ງກ່າວ ທາງກາຣລາວກໍວ່າຈະຕ້ອງ ໄດ້ມີກາຣປະສານງານ ຢ່າງໃກ້ຊິດກັບພາຄ ສ່ວນເອກຊົນໂດຽສະເພາະ ໃນດ້ານກາຣສົ່ງເສີມ ດ້ານໂຄສະນາແລະປັບປຸງ ຕາມແຫລ່ງທ່ອງທ່ຽວຕ່າງໆ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຈາກອົງກາຣຈັດຕັ້ງສາກົລ ຜູ້ໜື່ງກໍວ່າອາຈຈະ ເປັນໄປໄດ້ຍາກ:

“ປີກາຍແມ່ນ 1.6 ລ້ານຄົນເນາະ ປີນີ້ເຮົາຄາດວ່າຈະໄດ້ 1.8 ລ້ານແຕ່ກໍຍັງ ບໍ່ເປັນທາງກາຣ…ແຕ່ວ່ານັກທ່ອງທ່ຽວ ຈະບໍ່ໄດ້ມີຫລາຍດັ່ງທີ່ ໄດ້ຕັ້ງເປົ້າໝາຍໄວ້ (ນັ້ນ) ເນາະ!”ຢ່າງໃດກໍຕາມ ທາງກາຣລາວມີຄວາມ ໝັ້ນໃຈທີ່ວ່າຈະມີ ນັກທ່ອງທ່ຽວຊາວ ຕ່າງປະເທສ ເຂົ້າມາທ່ຽວຊົມຕາມ ເຂຕແຂວງຕ່າງໆ ໃນຈໍານວນຫລາຍ ກວ່າເກົ່າໃນປີ 2009 ນີ້ໂດຽສະເພາະ ທີ່ໄດ້ມີການປັບປຸງ ແຫລ່ງທ່ອງທ່ຽວ ຫລາຍແຫ່ງ ແລະອີກຢ່າງໜື່ງ ກໍມີຄວາມສະດວກ ສະບາຍຫລາຍກວ່າເກົ່າ ຫລັງຈາກເສັ້ນທາງ ຫລວງເລຂ 3 ແລະຂົວຂ້າມແມ່ ນ້ຳຂອງແຫ່ງທີ່ 2 ກໍຖືກສ້າງສຳເຣັຈ ເປັນທີ່ຮຽບຮ້ອຍ ໄປແລ້ວນັ້ນ.

ສະເພາະໃນເຂຕ ກຳແພງນະຄອນ ຫລວງວຽງຈັນນັ້ນ ທາງກາຣກ່ຽວຂ້ອງ ຂອງລາວກໍວ່າ ຈະໃຫ້ສາມາດ ດຶງດູດເອົາ ນັກທ່ອງທ່ຽວ ເຂົ້າວຽງຈັນ ຫລາຍເພີ່ມຂື້ນ ເຊັ່ນກັນຈາກ 800,000 ຄົນໃນປີຜ່ານ ມາໃຫ້ໄດ້ເຖີງ 900,000 ຄົນໃນປີ 2009 ນີ້ຢ່າງແນ່ນອນ!!!