ລົງທຶນເຂດກາຊີໂນຈີນ ມີພິເສດດ້ານພາສີ

ນັກທຸຣະກິດ ທີ່ຈະລົງທືນ ຢູ່ໃນເຂດ ກາຊີໂນ ຈີນ ແຂວງບໍ່ແກ້ວ ຈະໄດ້ຮັບ ສິດທິພິເສດ ດ້ານພາສີ.
ສົມເນ
2010.09.24

ກົດຟັງສຽງ

ນັກທຸຣະກິດ ຕ່າງຊາດ ທີ່ຈະໄປລົງທືນ ຢູ່ໃນເຂດ ເສຖກິດ ແຂວງບໍ່ແກ້ວ ຫລືມັກເອີ້ນກັນວ່າ ກາຊີໂນໂຣມັນ ຊືງກຸ່ມ ທຸຣະກິດ ດອກງີ້ວຄໍາ ຈີນ ເປັນເຈົ້າຂອງ ຈະໄດ້ຮັບ ສິດພິເສດ ດ້ານພາສີຫລາຍຢ່າງ. ສ່ວນຂັ້ນຕອນການ ຕິດຕໍ່ຂໍລົງທືນ ໂດຍລະອຽດ ແລະ ການອະນຸມັດນັ້ນ ແມ່ນຄນະ ອໍານວຍການ ບໍຣິສັດ ດອກງີ້ວຄໍາ ເປັນຜູ້ຕັດສີນ ທັງໝົດ. ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ຈາກຜແນກແຜນການ ແລະການລົງທືນ ແຂວງບໍ່ແກ້ວ:

"ຖ້າວ່າເຂົ້າໄປ ບ່ອນຫັ້ນ ກໍຈະໄດ້ສິດທິ ໂຄງການບ່ອນັ້ນ ຈະມີບາງອັນ ຈະໄດ້ເສັຽພາສີ ຫລຸດຜ່ອນ ບາງອັນ ກໍຈະເສັຽພາສີ 100% ບາງອັນກໍໄດ້ ຍົກເວັ້ນພາສີ ກໍມີ ຫລາຍອັນເນາະ ເພາະວ່າໂຄງການ ນັ້ນຈະໄດ້ສິດທິ ເຣື້ອງຂອງນະໂຍບາຍ ສົ່ງເສີມ ບາງອັນເນາະ".

ການໃຫ້ສິດທິ ພິເສດ ດ້ານພາສີແກ່ ນັກທຸຣະກິດ ທີ່ລົງທືນ ໃນເຂດກາຊີໂນ ແຂວງບໍ່ແກ້ວ ແມ່ນພາຍໄຕ້ ກົດໝາຍການຄ້າ ການລົງທືນທີ່ ຣັຖບານລາວ ກໍານົດໄວ້ ໃນກົດໝາຍເຂດ ເສຖກິດພິເສດ ທີ່ບໍ່ທັນສົມບູນ. ເຖິງແມ່ນວ່າການ ໃຫ້ອະນຸຍາດ ການລົງທືນຕ່າງໆ ຂື້ນຢູ່ກັບ ຄນະບໍຣິຫານ ຂອງກຸ່ມ ດອກງີ້ວຄໍາ ກໍດີ ແຕ່ການຕິດຕໍ່ ນັ້ນຍັງຈະຕ້ອງ ແຈ້ງຜ່ານແຂວງ ເພື່ອໃຫ້ແຂວງ ຮັບຮູ້ນໍາ.

ຂ່າວຈາກ ແຂວງຊຽງຮາຍ ແຈ້ງວ່າ ປັດຈຸບັນ ມີນັກ ທຸຣະກິດໄທ ຈາກແຂວງຊຽງຣາຍ ໄດ້ຮັບ ອະນຸຍາດ ຈາກ ກຸ່ມດອກງີ້ວຄໍາ ເພື່ອສ້າງສູນ ຊັພສິນຄ້າ ແລະ ສະຖານທີ່ ການກິລາ ຄົບວົງຈອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.