ຢາກລົງທຶນເຂດກາຊີໂນ ແຂວງບໍ່ແກ້ວຕ້ອງຜ່ານຈີນ
2010.05.26
ເຈົ້າໜ້າທີ່ແຂວງ ບໍ່ແກ້ວ ເວົ້າວ່າ ນັກລົງທຶນທັງ ພາຍໃນແລະຕ່າງປະເທດ ທີ່ສົນໃຈຢາກ ລົງທຶນ ໃນເຂດພື້ນທີ່ ສັມປະທານ ພິເສດ ກາຊີໂນ ແຂວງບໍ່ແກ້ວ ຂອງບໍຣິສັດຈີນ ຈະຕ້ອງຍື່ນຂໍ ອະນຸຍາດ ໂດຍກົງຈາກເຈົ້າ ຂອງສັມປະທານ ຊຶ່ງແມ່ນ ບໍຣິສັດ ດອກງິ້ວຄຳຂອງຈີນ ໂດຍບໍ່ຕ້ອງຜ່ານ ຜແນກລົງທຶນ ແຂວງບໍ່ແກ້ວ ເພາະວ່າສິດທິ ໃນການໃຫ້ ອະນຸຍາດ ທັງໝົດຂື້ນຢູ່ ກັບບໍຣິສັດຈີນ ທີ່ໄດ້ຮັບ ສັມປະທານ ໄປນັ້ນ. ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງບໍ່ແກ້ວ ອະທິບາຍວ່າ:
"ຖ້າເປັນຢູ່ໃນ ບໍຣິເວນໂຄງການ ຕ້ອງໄດ້ໄປຫາ ກັບທາງເຈົ້າຂອງ ໂຄງການໂດຍກົງ ເພາະວ່າຕ້ອງໄດ້ ໄປຂໍສັມປະທານ ນຳເຂົາ ຂໍພື້ນທີ່ນຳເຂົາ ແລ້ວຈຶ່ງຈະເຮັດ ໄດ້ນະ".
ທ່ານເວົ້າຕໍ່ໄປ ວ່າບໍຣິເວນ ພື້ນທີ່ສູນການຄ້າ ແລະບ່ອນກາຊີໂນ 1,000 ກວ່າເຮັກຕາຣ ນັ້ນຮັຖບານລາວ ໄດ້ອະນຸມັດ ສໍັມປະທານ ໃຫ້ແກ່ ບໍຣິສັດດອກງິ້ວຄຳ ຂອງຈີນ ໄປໝົດແລ້ວ ດັ່ງນັ້ນສິດທິ ອຳນາດໜ້າທີ່ ຕ່າງໆນັ້ນ ທາງການແຂວງ ບໍ່ແກ້ວ ບໍ່ມີສິດ ອະນຸຍາດ ໃຫ້ແກ່ນັກລົງທຶນ ລາຍອື່ນໄດ້.
ນັກລົງທຶນລາຍຍ່ອຍ ຈາກຈີນແລະໄທ ເຄີຍສະແດງ ຄວາມຄິດເຫັນວ່າ ບໍຣິເວນທີ່ ກຸ່ມບໍຣິສັດ ດອກງິ້ວຄໍາຂອງຈີນ ໄດ້ຮັບສັມປະທານ ຈາກຣັຖບານລາວ ແລະ ດຽວນີ້ໄດ້ພັທນາ ເປັນສູນການຄ້າ, ຕລາດ, ຫ້າງສັພສິນຄ້າ ໂຮງແຮມບ້ານພັກ ແລະ ກາຊີໂນນັ້ນ ຍັງມີບ່ອນເປົ່າວ່າງ ໃຫ້ນັກລົງທຶນ ລາຍຍ່ອຍ ເຂົ້າໄປເຮັດ ກິຈການ ໄດ້ຢູ່.
ເຖິງຢ່າງໃດກໍຕາມ ທີ່ຜ່ານມາເຫັນວ່າ ບໍຣິສັດດອກງິ້ວຄໍາ ຂອງຈີນ ຈະອະນຸຍາດ ໃຫ້ຊາວຈີນນຳກັນ ມາເຮັດທຸຣະກິດ ເປັນສ່ວນໃຫຍ່. ດັ່ງນັ້ນ ນັກລົງທຶນ ຕ່າງຊາດອື່ນໆ ຈຶ່ງຢາກໃຫ້ ຫ້ອງທີ່ຜແນກ ແຜນການແລະການ ລົງທຶນ ແຂວງບໍ່ແກ້ວ ໄດ້ເຂົ້າມາມີບົດບາດ ເປັນຄົນກາງ ຄອຍປະສານງານ ໃຫ້ນັກລົງທຶນອື່ນໆ ມີໂອກາດມາ ເຮັດທຸຣະກິດ ໃນພື້ນທີ່ໄດ້.