ນັກທ່ອງທ່ຽວ ເຂົ້າໄປ ແຂວງເຊກອງ ເພີ້ມຂຶ້ນ

ນັກທ່ອງທ່ຽວ ກວ່າ 9000 ຄົນ ໄດ້ ເຂົ້າມາຢ້ຽມຢາມ ແຂວງເຊກອງ ພາຍໃນເຄິ່ງ ທຳອິດ ຂອງປີ 2008, ຊຶ່ງເພີ້ມຂຶ້ນ ຈາກປີກາຍນີ້.

ທ່ານ​ເພັດ​ສວັນສີ​ໂຕນຫົວໜ້າ​ ຫ້ອງການ​ ທ່ອງ​ທ່ຽວແຂວງ​ເຊ​ກອງ​ເປີດ​ເຜີຍ​ວ່າ​ເບິ່ງ​ຕາມ​ຈຳນວນນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ ພາຍ​ໃນ​ແຂວງ​ໃນເຄິ່ງທຳ​ອິດ​ຂອງປີ 2008 ​ເຫັນ​ວ່າຈຳນວນ​ ໄດ້​ຕື່ມສູງ​ຂື້ນກ່ວາປີ​ກາຍ​ນີ້​ເຖິງ​ວ່າແຂວງ​ເຊ​ກອງຈະ​ເປັນແຂວງ​ນ້ອຍໆທີ່​ບໍ່​ໄດ້​ຮັບ​ການ​ພັດທະນາ​ດ້ານ​ການທ່ອງ​ທ່ຽວສູງ​ຊໍ່າກັບ​ແຂວງ​ໃຫຍ່ໆ​ກໍ​ຕາມດັ່ງ​ທ່ານ​ໄດ້​ກ່າວ​ວ່າ:

" ສຳລັບ 2008, 6​ ເດືອນ ຕົ້ນ ປີ ນີ້ ກຳລັງ ລຸບ ໄດ້ ຢູ່ 9000 ກວ່າ ຄົນ ກະ ວ່າ ປີ ນີ້ ຈະ ໄດ້ ຢູ່ ປະມານ 15 ຫາ 16 ພັນ ຄົນ ."

ຫ້ອງການທ່ອງ​ທ່ຽວແຂວງ​ເຊ​ກອງກະ​ວ່າ​ແຕ່ລະ​ປີຈະ​ຂະ​ຍາຍວຽກການດ້ານທ່ອງ​ທ່ຽວ​ໃຫ້​ໃຫຍ່​ຂື້ນ​ທຸກໆ​ປີ. ​ໃນ​ປີ 2007 ​ໄດ້​ມີ​ນັກທ່ອງ​ທ່ຽວ​ເຂົ້າ​ມາ 13 ພັນ​ຄົນ​ແລະ​ໃນ​ປີ 2008 ກະ​ວ່າ​ຈະ​ຂື້ນຕື່ມ 20 ສ່ວນຣ້ອຍ.

ການທ່ອງ​ທ່ຽວແຂວງ​ເຊ​ກອງສ່ວນ​ຫຼາຍ​ຈະ​ເປັນການທ່ອງ​ທ່ຽວປະ​ເພດທ່ຽວ​ຊົມທັມມະ​ຊາດ​ແລະວັດທະນະ​ທັມ​ເຊັ່ນ​ ຢູ່​ເມືອງ​ກະລຶມກໍ​ມີ​ຖ້ຳ​​ເຕັ່ງມີ​ປະ​ເພນີ​ບຸນກິນ​ຄວາຍ​ໃນ​ ເດືອນ 3 ງານ​ສະ​ແດງ​ສິລ​ປະຂອງ​ຊົນ​ເຜົ່າ. ​ນັກ​ທ່ອງ​ທ່ຽວສ່ວນ​ຫຼາຍ​ຈະ​ມາ​ຈາກແຂວງຈຳປາ​ສັກ​ແລະຈາກ​ປະ​ເທດ​ເພື່ອນ​ບ້ານ​ເພື່ອ​ຜ່ານ​ໄປວຽດນາມ​ແລະ​ໄທ. ດັ່ງ​ ທ່ານ​ເພັດ​ສວັນ​ ໄດ້​ກ່າວ​ວ່າ:

" ສ່ວນ ຫຼາຍ ກໍ ມີ ຊາວ ວຽດນາມ ແລະ ຊາວ ໄທ ຊາວ ຕະ ເວັນ ຕົກ ກໍ ສ່ວນໜ້ອຍ ປະມານ 100-200 ປາຍ ຄົນ ."

ການທ່ອງ​ທ່ຽວແຂວງເຊ​ກອງບໍ່​ມີ​ແຜນການ​ ໂຄສະນາປະຊາສຳພັນການທ່ອງ​ທ່ຽວ​ເປັນ​ຕົນ​ເປັນ​ໂຕມີ​ແຕ່​ການ​ຮ່ວມ​ມື​ແລະອຳນວຍ​ ຄວາມ​ສະດວກ​ໃຫ້​ແກ່ນັກການທ່ອງ​ທ່ຽວທໍ່​ນັ້ນ.