ຣະດົມຊາວວຽງຈັນ ໃຫ້ເປັນເຈົ້າພາບ ທີ່ດີ ໃນງານ ມະຫາກັມ ກິລາ ຊີເກມ

ທາງການລາວ ຣະດົມໃຫ້ຊາວ ນະຄອນຫລວງວຽງຈັນ ປະພຶດຕົນໃຫ້ດີ ແລະໃຫ້ເປັນເຈົ້າພາບ ທີ່ດີໃນງານ ມະຫາກັມ ກິລາຊີເກມຄັ້ງທີ່ 25 ຢູ່ລາວໃນທ້າຍປີນີ້.

0:00 / 0:00

ທາງການລາວຣະດົມ ໃຫ້ຊາວນະຄອນ ຫລວງວຽງຈັນ ປະພຶດຕົນໃຫ້ດີ ແລະໃຫ້ເປັນ ເຈົ້າພາບທີ່ດີ ໃນງານມະຫາກັມ ກິລາຊີເກມຄັ້ງທີ່ 25 ຢູ່ລາວໃນທ້າຍປີນີ້.

ເມື່ອບໍ່ດົນຜ່ານມາ ທາງການລາວໄດ້ ອອກຂໍ້ແນະນຳ ໃຫ້ຊາວລາວໃນນະຄອນ ຫລວງປະຕິບັດ ສີ່ຂໍ້ ຄື

1.ຕ້ອງຍົກສູງ ຊະຕິຊາດ ແລະນ້ຳໃຈຮັກຊາດ ແລະໃຫ້ເຂົ້າໃຈ ກ່ຽວກັບຄວາມສຳຄັນ ຂອງການເປັນເຈົ້າພາບ ຈັດການແຂ່ງຂັນ ກິລາຊີເກມ; ຊາວນະຄອນ ຫລວງວຽງຈັນ ທຸກຄົນເປັນຕົວແທນ ໃຫ້ແກ່ຄົນ ລາວທັງຊາດ;

2. ໃຫ້ເປັນເຈົ້າການ ເອົາໃຈໃສ່ຊ່ວຍ ປ້ອງກັນຊາດ ແລະຮັກສາຄວາມ ສງົບ;

3. ໃຫ້ຊຸກຍູ້ສົ່ງເສີມ ການຜລິດສິນຄ້າ ແລະໃຫ້ການ ບໍຣິການທີ່ດີ ເພື່ອເປັນຕ້ອນ ຮັບແຂກຕ່າງປະເທດ, ສຳຣັບພວກທີ່ເປັນ ພໍ່ຄ້າແມ່ຄ້າ ບໍ່ຄວນສວຍໂອກາດ ຂື້ນຣາຄາສິນຄ່າ ໃນເວລາມີການ ແຂ່ງຂັນກິລາ ຄັ້ງສຳຄັນດ່ັງກ່າວ;

4. ຊາວນະຄອນຫລວງວຽງຈັນ ຕ້ອງດຳຣົງບົດບາດ ເປັນຕົວແທນໃນການ ເຜີຍແຜ່ປະເພນີ ວັທນະທັມ ອັນດີງາມຂອງຊາດ ເຊັ່ນຕ້ອງນຸ່ງຖື ໃຫ້ຈົບງາມ ຕາມລັກຊະນະ ຂອງຊາດລາວ ດັ່ງນີ້ເປັນຕົ້ນ.

ປັດຈຸບັນ ການກະຕຽມຈັດ ການແຂ່ງຂັນກິລາຊີເກມ ກຳລັງດຳເນີນ ໄປຢ່າງຂຸ້ນຂ້ຽວ ສະຖານທີ່ບາງແຫ່ງ ຖືກສ້າງໃກ້ ຈະສຳເຣັດແລ້ວ.