ການແຂ່ງຂັນ ກິລາ ຊີເກມ ຄັ້ງທີ 25

ໃນການ ແຂ່ງຂັນກິລາ ຊີເກມ ຄັ້ງທີ 25 ທີ່ນະຄອນ ຫລວງວຽງຈັນ ຂອງລາວ ຊຶ່ງຈະຈັດຂື້ນ ໃນເດືອນ ທັນວາ ນີ້ຈະມີການ ຖ່າຍທອດສົດ ກິລາ 20 ປະເພດ
ຈຳປາທອງ
2009.02.03

ການແຂ່ງຂັນ ກິລາ ຊີເກມ ຄັ້ງທີ 25 ຊຶ່ງຈະຈັດຂື້ນ ທີ່ນະຄອນ ຫລວງວຽງຈັນ ຂອງລາວ ແຕ່ວັນທີ 9 ຫາວັນທີ 18 ທັນວາ 2009 ນີ້ ຈະມີການ ຖ່າຍທອດສົດ ກິລາ 20ປະເພດ ທີ່ນິຍົມ ກັນເປັນຫລັກ ມີການ ຄາດກັນວ່າ ຈະມີ 6 ປະເທດ ໃຫ້ຄວາມ ສົນໃຈຊື້ ເພື່ອການ ຖ່າຍທອດສົດ ສ່ວນວ່າ ປະເທດ ທີ່ບໍ່ມີ ຄວາມສາມາດ ຊືກໍຈະ ໄດ້ຮັບ ລິຄະສິດ ຖ່າຍທອດສົດ ໂດຍທີ່ບໍ່ ໄດ້ເສັຍຄ່າ ແຕ່ຕ້ອງ ໄດ້ຮັບ ການຕົກລົງ ເຫັນດີ ລະຫວ່າງ ຣັດຖະບານ ແລະ ຣັດຖະບານ ເທົ່ານັ້ນ ແລະຫ້າມ ບໍ່ໃຫ້ ມີການ ໂຄສະນາໃດໆ.

ຕາມການ ຕົກລົງຂອງ ກອງປະຊຸມ ສະຫະພັນ ຊີເກມ ແມ່ນເຫັນ ດີໃຫ້ ສ.ປ.ປ.ລາວ ເກັບຄ່າ ລິຄະສິດ ຈາກການ ຖ່າຍທອດສົດ ການແຂ່ງຂັນ ກິລາ ຊີເກມ ນັ້ນໄດ້.
ແລະຕາມ ຂໍ້ຕົກລົງ ຮ່ວມກັບຝ່າຍໄທ ໃນຂະບວນການ ຂອງການ ສ້າງສັນຍາ ວ່າດ້ວຍການ ຖ່າຍທອດສົດ ການແຂ່ງຂັນນັ້ນ ບໍລິສັດ ເພັດຈຳປາ ຈຳກັດ ຮັບຜິດຊອບ ຮ່າງສັນຍາ ຮ່ວມກັບ ບໍລິສັດ ອາເອສບີເອສ ຈຳກັດ ຂອງຝ່າຍໄທ ຊຶ່ງຂະນະນີ້ ມີການ ຕຽມພ້ອມໃນ ດ້ານຕ່າງໆ ທັງບຸກຄະລາກອນ ແລະອຸບປະກອນ ຕະຫລອດ ເຖິງການວາງ ຣະບົບ ສາຍໃຍແກ້ວ ເພື່ອເຊື່ອມຕໍ່ ໃນການ ສົ່ງສັນຍານ ຖ່າຍທອດສົດ ສູ່ຈານດາວທຽມ.

ການສ້າງສັນຍານ ຖ່າຍທອດສົດ ການແຂ່ງຂັນ ກິລາ 20 ປະເພດ ຈາກເດີມ ທີ່ກຳນົດໄວ້ 15 ປະເພດ ຊຶ່ງຈະໄຊ້ ສະໜາມ ແຂ່ງຂັນທັງໝົດ 16 ແຫ່ງນັ້ນ ຈະມີການ ພິຈາຣະນາ ແລະເລືອກເອົາ ປະເພດກິລາ ທີ່ໄດ້ຮັບ ຄວາມນິຍົມ ແລະເປັນ ປະເພດ ກິລາສາກົນ ຊຶ່ງເປັນ ຫລັກການ ທີ່ຈະເຮັດ ໃຫ້ຂາຍ ລິຂະສິດ ຖ່າຍທອດສົດ ໄດ້ ງ່າຍຂື້ນ ສ່ວນວ່າ ປະເພດກິລາ ທີ່ຈະບໍ່ໄດ້ ຖ່າຍທອດ ສົດນັ້ນ ກໍຈະ ມີການ ບັນທຶກເທັບ ແລະນຳອອກ ອາກາດ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 03, 2009 11:04 AM

ສຳລັບການຖ່າຍທອດສົດແມ່ນຍາກໃຫ້ຖ່າຍທອດທຸກໆຊອງຂອງລາວ

Anonymous
Nov 22, 2009 10:11 PM

ດີ