ສນາມກິລາ ຈະສໍາເຣັດ ໃນເດືອນມີນາ

ສະຖານທີ່ ເພື່ອໃຊ້ ໃນການຈັດ ການແຂ່ງຂັນກິລາ ເອເຊັຍ ຕາເວັນອອກສຽງໃຕ້ ຫລື SEA Games ຄັ້ງທີ 25 ຢູ່ລາວ ໃນປີໜ້ານີ້ ຈະສໍາເຣັດ ໃນເດືອນ ມີນາ.

ສນາມ ກິລາ ແຫ່ງຊາດ ໃໝ່ ທີ່ຈີນ ສ້າງໃຫ້ ເພື່ອຈັດການແຂ່ງຂັນ SEA Games
ສນາມ ກິລາ ແຫ່ງຊາດ ໃໝ່ ທີ່ຈີນ ສ້າງໃຫ້ ເພື່ອຈັດການແຂ່ງຂັນ SEA Games (Photo by RFA)

ຮອງ​ນາຍົກ ​ຣັຖມົນຕຣີ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ປະທານ ກັມມະການ ຈັດການ​ແຂ່ງຂັນ ​ກິລາ SEA Games ຂອງ​ລາວ ​​ໄດ້ເປີດ​ເຜີຍ ​ໃນ​​ຖ​ແລ​ງການ ​ຢູ່ກອງ​ປະຊຸມ ຂອງ ສະຫະພັນ ກິລາ ຢູ່ ນະຄອນຫລວງ​ວຽງ​ຈັນ.

ທ່ານ​ໄດ້ ​ເຜີຍ​ແຜ່ ​ທາງ​ເວັບ​​ໄຊທ໌ ຂອງທາງ​ການ ກິລາ​ວ່າ ສນາມກິລາ​ເຕະບານ ທີ່​ຈະ​ໃຊ້​ເປັນ​ບ່ອນ ​ເປີດ ​ແລະ ອັດພິທີ ການ​ແຂ່ງຂັນ ກິລາ​​ນີ້ ​ໄດ້​ແລ້ວ​ໄປຮອດ ​60 ຫາ 70 ສ່ວນ​ຮ້ອຍ​ແລ້ວ. ດັ່ງ ທ່ານ ຄໍາ​ມຸ່ຍ ​ແກ້ວມະນີ ​ຄະນະ​ ກັມມະການ ກິລາ​ໂອ​ລິ​ມປິກ ລາວ ໄດ້​ເປີດ​ເຜີຍ ​ກ່ຽວ​ກັບ ​ເຣື້ອງນີ້ ຕື່ມ​ວ່າ:

“ສນາມກິລາ ​ຂອງ​ພວກ​ເຮົາ ​ຈະ​ແລ້ວ ກ່ອນ​ກໍາໜົດ ຄື​ ຈະ​ແລ້ວ​ ເດືອນມີນາ ດຽວ​ນີ້​ ຖື​ວ່າ ​ເກີດ 65% ​ແລ້ວ. ມີ ສນາມ​ຫລັກ ສອງ​ໝື່ນ​ຄົນ ມີ ສະ​ລອຍ​ນໍ້າ ມີ ສນາມ​ຍິງ​ປືນ ມີ​ເດີ່ນ ​ໃນ​ຮົ່ມ​ອີກ ສອງ​ເດີ່ນ ​ແຕ່​ຄົງ​ຈະ​ເປັນ ​ເດືອນ​ມີ​ຖຸນາ ຈຶ່ງ​ຈະ​ໄດ້​ຮັບ​ບໍລິບູນ.”

ສະຖານ​ທີ່ ອໍານວຍ ​ຄວາມ​ສະດວກ ​ໃນ​ການ​ແຂ່ງຂັນ​ກິລາ ກໍາລັງ​ຖືກ​ ກໍ່ສ້າງ ​ໃນ​ພື້ນ​ທີ່ ກວ້າງ 1,000 ​ເຮັກຕາ ​ໃນ​ໝູ່​ບ້ານ ດອນສ້າງຫີນ ​ເມືອງ​ໄຊ​ທານີ, 16 ກິ​ໂລ​ແມັດ ທາງ​ໃຕ້​ ຂອງ ນະຄອນຫລວງ.

ການ​ກໍ່ສ້າງ ສະຖານ​ທີ່ ​ເພື່ອ​ການ​ແຂ່ງຂັນ​ກິລາ ຍັງ​ເຫລືອ ຈໍາກັດ​​ຢູ່ ​ແຕ່​ໃນນະຄອນຫລວງ​ວຽງ​ຈັນ ຫລັງ​ຈາກ ຝົນຕົກ​ໜັກ ​ແລະ ​ເກີດ​ເຫດ​ນໍ້າ​ຖ້ວມ ​ຢ່າງ​ຮ້າຍ​ແຮງ ທົ່ວ​ໄປ ​ພາຍ​ໃນ​ປະ​ເທດ ​ເມື່ອສອງ​ເດືອນ​ກ່ອນ ຈົນ​ເຮັດ​ໃຫ້ ກັມມະການ​ ຈັດການ​ກິລາ ຕ້ອງ​ໄດ້ ຍົກ​ເລີກ​ ແຜນການ​ ທີ່​ຈະຈັດການ​ແຂ່ງຂັນ ຢູ່​ໃນ ສອງ​ແຂວງ​ອື່ນ.