ເຕະບານຣະຫວ່າງລາວ ກັບອີນໂດເນເຊັຽ
2009.12.07
ປະຊາຊົນລາວ ສົ່ງແຮງເຊັຽຢ່າງຄືກຄື້ນ ໃຫ້ແກ່ນັກເຕະບານລາວ ທີ່ລົງແຂ່ງຂັນ ເຕະບານກັບ ອີນໂດເນເຊັຽ ໃນມື້ວັນທີ 7 ທັນວາ ໃນງານມະຫາກັມ ກິລາຊີເກມສ໌ ຫລັງຈາກທີມລາວ ໄດ້ເອົາສເມີກັບທີມ ພະມ້າ ນື່ງປະຕູຕໍ່ນື່ງ ໃນການແຂ່ງຂັນຮອບແຣກ ທີ່ມີປະຊາຊົນລາວ ເຂົ້າຊົມເປັນຈຳນວນ ຫລວງຫລາຍໃນມື້ວັນເສົາ ທີ່ຜ່ານມາ ດັ່ງປະຊາຊົນລາວ ຈາກນະຄອນຫລວງວຽງຈັນ ທ່ານນື່ງເວົ້າວ່າ:
"ກໍ່ຖືວ່າຂໍໃຫ້ ນັກກິລາສູ້ໆ ນັ້ນແຫລະ ເພາະວ່າກອງເຊັຽ ກໍ່ຈະຕຽມໃຈມາ 100% ກອງເຊັຽນີ້ຫນະ ແຕ້ມຫນ້າແຕ້ມຕາຮຽບຮ້ອຍ ອຸປກອນການຂຽນ ມີຫຍັງແນ່ ກໍ່ຈະມາຂໍມາເຮັດ ເອົານຳເຂົາ ກໍ່ຄົງຊີ່ຊນະໄດ້ຢູ່ ຫມັ້ນໃຈເກືອບ 80-90% ພູ້ນແລ້ວ".
ທ່ານກ່າວຕໍ່ໄປວ່າ ທີມເຕະບານລາວ ສ້າງຜົລງານດີພໍສົມຄວນ ໃນນັດແຣກ ໃນການແຂ່ງຂັນກັບພະມ້າ ແຕ່ໃນການແຂ່ງຂັນ ໃນງວດຕໍ່ໄປ ຍັງຕອ້ງການແຮງໃຈ ຈາກການເຊັຽຂອງ ປະຊາຊົນ ໃນທົ່ວປະເທດ ບໍວ່າ ຈະຢູ່ໃນສນາມ ຫລືຢູ່ທີ່ໃດກໍ່ຕາມ ເພາະຈະພົບກັບທີມ ທີ່ແຂງແກ່ນກວ່າ ເພື່ອຈະສາມາດຜ່ານ ເຂົ້າຮອບຕໍ່ໄປໄດ້. ເຈົ້າຫນ້າທີ່ກິລາລາວ ເວົ້າວ່າ ສະພາບຈີດຂອງ ນັກກິລາລາວໃນເວລານີ້ ມີຄວາມພ້ອມທຸກຢ່າງ ໃນການແຂ່ງຂັນຮອບສອງ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ກໍ່ໂອເຄ ທີມເຂົາກໍໂອເຄ ເຂົາກໍ່ແຮັບປີ ເຂົາກໍ່ສູ້ແຫລະ ສຳລັບທີມລາວ ກໍ່ແນ່ນອນ ທີມມັນກໍ່ຕ້ອງມີຄວາມຫວັງ ທີມທຸກທີມກໍ່ ຕ້ອງມີຄວາມຫວັງ ທີມເຮົາຢ່າງນ້ອຍ ກໍ່ຢາກໃຫ້ເຂົ້າຮອບ 4 ທີມສຸດທ້າຍ".
ສຳລັບການແຂ່ງຂັນ ໃນກຸ່ມ 'ຂ' ທີ່ມີທີມລາວຮ່ວມຢູ່ນຳ ໃນມື້ນີ້ ວັນທີ 7 ທັນວາ ສີງກະໂປພົບກັບ ທີມພະມ້າ ລາວຈະພົບກັບທີມ ອີນໂດເນເຊັຽ ຜົລການແຂ່ງຂັນ ທີມສີງກະໂປ ຊນະພະມ້າ 2ປະຕູຕໍ່1 ແຕ່ສຳລັບລາວກັບ ອີນໂດເນເຊັຽນັ້ນ ໃນເວລາອອກຂ່າວ ກຳລັງຫລີ້ນກັນຢູ່.