ທີມເຕະບາລຍິງລາວ ອາຈເຂົ້າຊິງເອົາຫຣຽນຄໍາ
2009.12.04
ທີມຊາຕລາວປະເພສ ເຕະບາລແມ່ຍິງ ກຳລັງຕຣຽມລົງສນາມ ໃນມື້ວັນທີ່ 4 ທັນວານີ້ ເປັນກິລາຊນິດທຳອິດ ທີ່ນັກກິລາລາວ ຈະລົງແຂ່ງຂັນ ໃນມະຫະກັມກິລາ ຊີເກມສ໌ຄັ້ງທີ່ 25 ທີ່ລາວເປັນເຈົ້າພາບ ຄັ້ງປວັຕກາຣ ຊຶ່ງທາງສະຫະພັນ ເຕະບາລລາວ ແລະຄນະຜູ້ຝຶກສອນ ຕ່າງກໍຕັ້ງຄວາມຫວັງໄວ້ ທີ່ຈະສ້າງຜົລງານ ໃຫ້ໄດ້ດີຈົນສຸດ ຄວາມສາມາດ ເພື່ອຍາດແຍ່ງເອົາ ຫຣຽນຣາງວັນໃຫ້ໄດ້ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈາກສະຫະພັນເຕະບາລ ໄດ້ກ່າວວ່າ:
“…ຜູ້ຍິງນີ້ ເອີ໋..ພຍາຍາມເຮັດໃຫ້ດີທີ່ສຸດ (ເຕະບາລປະເພສຍິງ) ບາລນີ້ເຮົາມີທີມທັ້ງໝົດ 5 ທີມ ຊຶ່ງເຮົາຈະເອົາ 2 ທີມ ທີ່ມີຄະແນນດີ ເຂົ້າໄປຊິງຫຣຽນຄຳ ສຳຫລັບທີ່ 3 ແມ່ນເອົາຣະດັບ ຄະແນນທີ່ດີ ໃນຮອບນັ້ນ ໄປເອົາຫຣຽນທອງແດງ”.
ເຈົ້າໜ້າທີ່ລາວທ່ານນີ້ ໃຫ້ກາຣຊີ້ແຈງເພີ່ມວ່າ ກາຣແຂ່ງຂັນເຕະບາລ ແມ່ຍິງຂອງກິລາ ຊີເກມສ໌ຄັ້ງນີ້ ມີ 5 ຊາຕເທົ່ານັ້ນ ທີ່ສົ່ງນັກກິລາ ເຂົ້າຮ່ວມໄດ້ແກ່: ລາວ, ພະມ້າ, ໄທຽ, ມາເລເຊັຽແລະວຽຕນາມ ແລະວ່າ ກາຣແຂ່ງຂັນຈະຈັດ ເປັນແບບໃຫ້ທຸກໆທີມ ໄດ້ພົບກັນໝົດ ແລະເກັບຄະແນນ ໂດຽໃຫ້ 2 ທີມທີ່ມີຄະແນນ ດີທີ່ສຸດ ແຂ່ງກັນຕື່ມເພື່ອ ຊິງເອົາຫຣຽນຄຳ.
ຢ່າງໃດກໍຕາມ ທີມຊາຕເຕະບາລ ປະເພສຍິງຂອງລາວ ມີກຳໜົດພົບກັບ ທີມຊາຕພະມ້າ ຢູ່ສນາມກິລາ ມະຫາວິທຍາລັຍແຫ່ງຊາຕ ເວລາ 15:45 ໂມງ (3:45 ໂມງແລງ) ຫລັງຈາກກາຣແຂ່ງຂັນ ຄູ່ທຳອິດຣະຫວ່າງ ທີມຊາຕໄທຽ ພົບກັບ ມາເລເຊັຽ ເວລາ 13:30 ໂມງ (1:30 ໂມງແລງ) ບ່າຍໂມງເຄີ່ງ ຢູ່ສນາມກິລາ ບ່ອນດຽວກັນ ໃນມື້ວັນສຸກນີ້.