ແຜນການຂຸດຄົ້ນ ບໍ່ແຮ່ ໃນແຂວງຜົ້ງສາລີ
2008.06.16
ແຂວງ ຜົ້ງສາລີ ເປັນແຂວງ ທີ່ສອກຫລີກຫ່າງໄກ ແລະ ກໍ່ເປັນ ແຂວງ ທີ່ທຸກຈົນ ແຂວງນື່ງ ໃນລາວ ແຕ່ກໍ່ມີ ສັກກະຍາ ພາບ ສູງ ທາງດ້ານ ຊັພຍາກອນ ບໍ່ແຮ່ ທີ່ກຳລັງລໍ ການສຳຣວດ ແລະ ການຂຸດຄົ້ນຢູ່ໃນເວລານີ້ ດັ່ງທ່ານ ສົມຈິດ ອິນທິວົງ, ຮອງຫົວຫນ້າ ຫ້ອງການພະລັງງານ ແລະ ບໍ່ແຮ່ ປະຈຳແຂວງເວົ້າວ່າ:
“ກໍ່ມີຫລາຍ ຊັພຍາກອນ ບໍ່ແຮ່ ໂດຍສະເພາະ ບໍ່ທອງ ຊືນ ສັງກະສີ ມີຫລາຍບ່ອນ ຫລາຍ ບໍຣີສັດ ສົນໃຈ ຕາມຈິດໃຈ ຂອງແຂວງ ກໍ່ຢາກເອົາເປັນ ທ່າແຮງ ອັນນື່ງ ຈາກການ ປູກຝັງ ລ້ຽງສັດ”
ທ່ານກ່າວ ເພີ້ມອີກວ່າ ຖ້າ ຣັຖບານ ເລີ້ມເປີດ ໂຄງການສຳຣວດ ແລະ ຂຸດຄົ້ນ ແຮ່ທາດຂື້ນໃຫມ່ ທີ່ຖືກໂຈະໄວ້ຊົ່ວຄາວ ໃນເວລານີ້ ທາງການແຂວງ ກໍ່ອາດ ຈະມີນັກລົງທືນ ສົນໃຈ ທີ່ມາຄົ້ນຄົ້ວແລະ ກໍ່ອາດຈະພົບ ແຮ່ທາດ ຕ່າງໆ ດັ່ງແຮ່ທາດ ສັງກະສີ ຖ່ານຫີນ ຄຳແລະອື່ນໆ ຕາມເຂດເມືອງຕ່າສງໆໃນແຂວງ ຊື່ງໃນເວລານີ້ ນັກລົງທືນ ຈາກຈີນ ແລະ ວຽດນາມ ຫລາຍຄົນ ກໍ່ສົນໃຈ ທີ່ຈະມາລົງທືນ ແຕ່ຍັງ ລໍການອະນຸຍາດ ຈາກຣັຖບານ ເທົ່ານັ້ນ.
ໃນປັດຈຸບັນ ໂຄງການ ຂຸດຄົ້ນບໍ່ແຮ່ ທີ່ແຂວງຜົ້ງສາລີ ທີ່ໄດ້ ຮັບອະນຸຍາດ ຈາກຣັຖບານ ໃນຣະຍະ ທີ່ຜ່ານມາ ກໍ່ມີ ພຽງແຕ່ 2 ໂຄງການ ເທົ່ານັ້ນ ຄື ໂຄງການ ບໍ່ຖ່ານຫີນ ຂອງນັກລົງທືນຈີນ ທີ່ເມືອງ ຍອດອູ່ ທີ່ເລີ້ມຂຸດ ແຕ່ປີ 2006 ແລະ ໃນເວລານີ້ ກໍ່ສາມາດ ສົ່ງຖ່ານຫີນ ໄປຂາຍ ໃຫ້ຈີນແລ້ວ ປະມານ 16 ພັນ ຕັນ ຕໍ່ປີ ແລະ ອີກໂຄງການນື່ງ ກໍ່ແມ່ນ ໂຄງການ ຂຸດຄົ້ນຄຳ ຂອງນັກລົງທືນ ຈີນ ທີ່ເມືອງຍອດອູ່ ເຫມືອນກັນ ທີ່ກຳລັງ ເຣີ້ມຕົ້ນ ຢ່າງເປັນທາງການ ໃນປີນີ້. ຄາດວ່າ ຈະສາມາດ ຂຸດຄົ້ນ ແລະ ສົ່ງຄຳ ໄປຈີນໄດ້ ໃນເບື້ອງຕົ້ນ ໄດ້ປະມານ 30 ພັນຕັນ. ແຕ່ໃນເວລານີ້ ຣັຖບານ ໂຈະ ແຜນການ ສຳຣວດ ໄວ້ຊົ່ວຄາວ.